ອາຊຽນເພີ່ມທະວີການຫນູນຊ່ວຍບັນດາວິສາຫະກິດຂະຫນາດກາງແລະນ້ອຍ
(vovworld)- ອາຊຽນ ຫາກໍ່ແນະນຳມາດຖານ ອາຊຽນ ກ່ຽວກັບການຈັດອັນດັບສິນເຊື່ອວິສາຫະກິດຂະຫນາດກາງ ແລະ ນ້ອຍ (SME) ເພື່ອເພີ່ມທະວີການຫນູນຊ່ວຍຄວາມສາມາດສຳພັດກັບການເງິນໃຫ້ແກ່ວິສາຫະກິດຂະຫນາດກາງ ແລະ ນ້ອຍໃນກຸ່ມ. ມາດຖານຖືກຍົກອອກໃນກອງປະຊຸມສຳມະນາຫົວເລື່ອງສະເພາະກ່ຽວກັບການຈັດອັນດັບສິນເຊື່ອ SME ໂດຍຄະນະເລຂາອາຊຽນ ສົມທົບກັບທະນາຄານສູນກາງອິນໂດເນເຊຍ, ກະຊວງວິສາຫະກິດຂະຫນາດກາງ ແລະ ນ້ອຍ ແລະ ສະຫະກອນ ອິນໂດເນເຊຍ ຈັດຕັ້ງຂຶ້ນຢູ່ ຈາກາກຕາ ປະເທດ ອິນໂດເນເຊຍ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ ໄດ້ເຫັນດີໂດຍຖືວ່າ: ການຈັດອັນດັບສິນເຊື່ອ SME ພຽງແຕ່ມີປະສິດທິຜົນ ເມື່ອຮັບປະກັນລັກສະນະພ້ອມແລ້ວ ແລະ ຄົບຖ້ວນຂອງຖານຂໍ້ມູນສິນເຊື່ອ.