ອາຊຽນແລະນິວຊີແລນໝັ້ນໝາຍເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ.

(VOVWORLD) -ສອງຝ່າຍໄດ້ຢືນຢັນຄືນຄຳໝັ້ນສັນຍາເພິ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດໂດຍຜ່ານການຜັນຂະຫຍາຍແຜນການດຳເນີນງານອາຊຽນ - ນິວຊີແລນໄລຍະ 2021 – 2025.
ອາຊຽນແລະນິວຊີແລນໝັ້ນໝາຍເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ.  - ảnh 1ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ XI ຄະນະກຳມະການຮ່ວມມືຮ່ວມອາຊຽນ - ນິວຊີແລນ

     ທີ່ກອງປະຊຸມຄັ້ງທີ XI ຄະນະກຳມະການຮ່ວມມືຮ່ວມອາຊຽນ - ນິວຊີແລນທີ່ຈັດຂຶ້ນໃນວັນທີ 25 ມີນາຢູ່ ຈາກາຕາ ປະເທດອິນໂດເນເຊຍ, ສອງຝ່າຍໄດ້ຢືນຢັນຄືນຄຳໝັ້ນສັນຍາເພິ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດໂດຍຜ່ານການຜັນຂະຫຍາຍແຜນການດຳເນີນງານອາຊຽນ - ນິວຊີແລນໄລຍະ 2021 – 2025.

  ສອງຝ່າຍຫວັງວ່າຈະສຳເລັດການເຈລະຈາຍົກລະດັບສັນຍາຍົກລະດັບສັນຍາສ້າງຕັ້ງເຂດການຄ້າເສລີອາຊຽນ - ອົດສະຕາລີ - ນິວຊີແລນໂດຍໄວແລະຮຽກຮ້ອງໃຫ້ຜັນຂະຫຍາຍສັນຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນຢ່າງມີປະສິດທິຜົນ.

  ກອງປະຊຸມຍັງເນັ້ນໜັກເຖິງຄວາມຈຳເປັນເພີ່ມທະວີການຮ່ວມມືໃນຂົງເຂດພະລັງງານທົດແທນ, ກະສິກຳອັດສະລິຍະ ແທດເໝາະກັບການປ່ຽນແປງດິນຟ້າອາກາດ, ພັດທະນແບບຍືນຍົງ, ຄົມມະນາຄົມ, ພື້ນຖານໂຄງລ່າງ... ສອງຝ່າຍຍັງສະແດງຄວາມຫວັງສືບຕໍ່ປຶກສາຫາລືບັນດາຂໍ້ລິເລີ່ມ ແລະ ການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ເຈລະຈາອາຊຽນ - ນິວຊີແລນໃນປີ 2025.

ຕອບກັບ

ຂ່າວ/ບົດ​ອື່ນ