ອາບການິດສະຖານປາດຖະໜາຢາກເພີ່ມທະວີການຮ່ວມມືຕ້ານກໍ່ການຮ້າຍກັບປາກິດສະຖານ

ອາບການິດສະຖານປາດຖະໜາຢາກເພີ່ມທະວີການຮ່ວມມືຕ້ານກໍ່ການຮ້າຍກັບປາກິດສະຖານ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Ashraf Ghani
(ພາບ: AFP/TTXVN)

(vovworld) – ໃນ​ຈົດ​ໝາຍ​ເພື່ອ​ແນ​ໃສ່​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ຕ້ານກໍ່​ການ​ຮ້າຍ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາບ​ກາ​ນິ​ດ​ສະ​ຖານ Ashraf Ghani ສະ​ເໜີໃຫ້ ປາ​ກິດ​ສະ​ຖານ ມີ​ການກ​ະ​ທຳ​ທີ່​ແຂງ​ກະ​ດ້າງ​ສຳ​ລັບ​ກຸ່ມ​ທະ​ຫານ​ກະ​ບົດ ຕາ​ລີ​ບານ. ໃນ​ຈົດ​ໝາຍ​ເຊິ່ງ​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ AFP (ຂອງ ຝ​ຣັ່ງ) ສະ​ເໜີ​ເມື່ອ​ວັນ​ທີ 31/5, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Ashraf Ghani ສະ​ເໜີ​ວົງ​ການ​ການ​ນຳ​ດ້ານ​ການ​ທະ​ຫານ ແລະ ພົນ​ລະ​ເຮືອນ​ຢູ່ Islamabad ກ່າວ​ປະ​ນາມ​ການ​ບຸກ​ໂຈມ​ຕີ​ລະ​ດູ​ບານ​ໃໝ່​ ປະ​ຈຳ​ປີ​ຂອງ ຕາ​ລີ​ບານ, ພ້ອມ​ທັງ​ຢັ້ງ​ຢືນ​ຄືນ​ໃໝ່​ຄຳ​ຮຽກ​ຮ້ອງ​ແຕ່​ດົນ​ນານ​ມານີ້​ຂອງ Kabul ນັ້ນແມ່ນ ປາ​ກິດ​ສະ​ຖານ  ບໍ່​​ໄດ້ສະ​ໜອງ​ບ່ອນ​​ຫລົບ​ລິ້ໃຫ້​ພວກ​ທະ​ຫານ​ກະ​ບົດ. ຈົດ​ໝາຍກໍ່​ກະ​ຕຸກ​ຊຸກ​ຍູ້ Islamabad ​ຄຸ້ມ​ຕົວ​ຢູ້​ກັບ​ທີ່​ບັນ​ດາ​ຫົວ​ໜ້າ​​ຕາ​ລີ​ບານ​ຢູ່​ນະ​ຄອນ Quetta ແລະ Peshawar, ກໍ່​ຄື​ຈັບ​ຕົວ​ບັນ​ດາ​ສະ​ມາ​ຊິກ​ໃນ​ເຄືອ​ຂ່າຍ Haqqani ທີ່​ມີ​ການ​ຮ່ວມ​ສຳ​ພັນ​ກັບ ຕາ​ລີ​ບານ, ຍ້ອນ​ກຸ່ມນີ້  “ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວກໍ່​ການ​ຮ້າຍ​ຢູ່ ອາບ​ກາ​ນິ​ດ​ສະ​ຖານ ໃນ​ມໍ່ໆ​ມານີ້”.


ຂ່າວ/ບົດ​ອື່ນ