ອາ​ຣັ​ບ​ບິ ຊາ​ອຸ​ດິ ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ສຸດຍອດ G20

(VOVWORLD) -ສິ້ນສຸດກອງປະຊຸມ, ເຈົ້າໜ້າທີ່ ອາຣັບບິ ຊາອຸດິ ໄດ້ມອບຕຳແໜ່ງປະທານໝູນວຽນ G20 ໃຫ້ແກ່ ອີຕາລີ ໂດຍເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດຂອງ ກຸ່ມນີ້ໃນປີ 2021.
ອາ​ຣັ​ບ​ບິ ຊາ​ອຸ​ດິ ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ສຸດຍອດ G20 - ảnh 1ທ່ານ Salman bin Abdulaziz ເຈົ້າຊີວິດ ອາຣັບບິ ຊາອຸດິ  ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ G20 ໂດຍໄດ້ຈັດຕັ້ງທາງອອນລາຍໃນວັນທີ 21 ພະຈິກ 2020 (ພາບ: AFP/TTXVN) 

ວັນທີ 21 ພະຈິກ, ທ່ານ Salman bin Abdulaziz ເຈົ້າຊີວິດ ອາຣັບບິ ຊາອຸດິ ໄດ້ຢັ້ງຢືນວ່າ ບັນດາປະເທດໃນກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນ (G20) ໄດ້ສົ່ງສານກ່ຽວກັບຄວາມຫວັງ ແລະ ຄວາມປອດໄພໄປຍັງປະຊາຄົມໂລກສຳເລັດ.

ກ່າວຄຳເຫັນອັດກອງປະຊຸມສຸດຍອດ G20, ເຈົ້າຊີວິດ ອາຣັບບິ ຊາອຸດິ ໃຫ້ຮູ້ວ່າ ບັນດາປະເທດ G20 ໄດ້ໃຫ້ຄຳໝັ້ນສັນຍາຈະຮ່ວມມືກັນເພື່ອຮັບມືກັບໂລກລະບາດ ໂຄວິດ - 19 ແລະ ປົກປ້ອງຊີວິດການເປັນຢູ່ ແລະ ການຫາລ້ຽງຊີບຂອງ ປະຊາຊົນ. G20 ຈະມານະພະຍາຍາມສ້າງພື້ນຖານເພື່ອບັນລຸໄດ້ກາລະໂອກາດໃຫ້ແກ່ປະຊາຊົນໝົດທຸກຄົນ ຜ່ານການມອບສິດໃຫ້ແກ່ປະຊາຊົນ. ເຈົ້າຊີວິດ ຢັ້ງຢືນວ່າ ໃນຖານະອັນພິເສດຂອງຕົນ ໃນ ພາກພື້ນ ແລະ ສາກົນ, ອາຣັບບິ ຊາອຸດິດ ຈະສືບຕໍ່ສວມບົດບາດສຳຄັນ ໃນ G20 ເພື່ອບັນລຸໄດ້ການຮ່ວມມືທົ່ວໂລກ ແລະ ຊອກຫາວິທີການແກ້ໄຂໃຫ້ແກ່ບັນດາສິ່ງທ້າທາຍຮີບດ່ວນທີ່ສຸດຂອງໂລກ.

ສິ້ນສຸດກອງປະຊຸມ, ເຈົ້າໜ້າທີ່ ອາຣັບບິ ຊາອຸດິ ໄດ້ມອບຕຳແໜ່ງປະທານໝູນວຽນ G20 ໃຫ້ແກ່ ອີຕາລີ ໂດຍເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດຂອງ ກຸ່ມນີ້ໃນປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ