ອາຫານການກິນ ຫວຽດນາມ ດູດດື່ມ ແລະ ແຜ່ຂະຫຍາຍຢູ່ ລັດເຊຍ

(VOVWORLD) - ງານບຸນອາຫານການກິນ ຫວຽດນາມ ຄັ້ງທີ 7 ໄດ້ຈັດຕັ້ງຢູ່ສູນການຄ້າ ຮ່າໂນ້ຍ - ມົດສະກູ, ສະຫະພັນ ລັດເຊຍ ແຕ່ວັນທີ 14 – 16 ທັນວາ. 
ອາຫານການກິນ ຫວຽດນາມ ດູດດື່ມ ແລະ ແຜ່ຂະຫຍາຍຢູ່ ລັດເຊຍ - ảnh 1 ງານບຸນອາຫານການກິນ ຫວຽດນາມ ຄັ້ງທີ 7

ມາຢ້ຽມຊົມງານບຸນອາຫານການກິນ ຫວຽດນາມ ຄັ້ງທີ 7, ແຂກຜູ້ຊົມບໍ່ພຽງແຕ່ໄດ້ຮັບປະທານບັນດາເຍື່ອງອາຫານພື້ນເມືອງທົ່ວໄປ ແລະ ເຂັ້ມຂຸ້ນໄປດ້ວຍສີສັນ ຫວຽດນາມ ເທົ່ານັ້ນ ຫາກຍັງສາມາດຊື້ບັນດາຜະລິດຕະພັນຈຳເປັນໃນຊີວິດການເປັນຢູ່ອີກດ້ວຍ. ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງງານບຸນໄດ້ເຊີນບັນດາເອກອັກຄະລັດຖະທູດຂອງບັນດາປະເທດ ອາຊຽນ ປະຈຳ ລັດເຊຍ ເຂົ້າຮ່ວມ ເພື່ອຊອກຮູ້ກ່ຽວກັບຂອບຂະໜາດ, ວິທີການຈັດຕັ້ງງານບຸນ, ມຸ່ງໄປເຖິງການຈັດຕັ້ງງານບຸນອາຫານການກິນຂອງບັນດາປະເທດ ອາຊຽນ. ທ່ານ ໂງດຶກແມ້ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳສະຫະພັນ ລັດເຊຍ ໃຫ້ຮູ້ວ່າ:

        ພວກເຮົາແມ່ນສະມາຊິກ ອາຊຽນ, ປະຊາຄົມຊາວ ຫວຽດນາມ ຂອງພວກເຮົາມີສູນການຄ້າ ຮ່າໂນ້ຍ - ມົດສະກູ. ຢູ່ທີ່ນີ້ໄດ້ຈັດຕັ້ງງານບຸນອາຫານການກິນ 6 ຄັ້ງແລ້ວ, ນີ້ແມ່ນຄັ້ງທີ 7, ແມ່ນໂອກາດເພື່ອໃຫ້ພວກເຮົາໂຄສະນາອາຫານການກິນຂອງ ຫວຽດນາມ, ແມ່ນໂອກາດເພື່ອໃຫ້ບັນດາເອກອັກຄະລັດຖະທູດ ອາຊຽນ ມີຄວາມລື້ງເຄີຍກັບສູນການຄ້າ ຮ່າໂນ້ຍ - ລັດເຊຍ.

        ທີ່ງານບຸນອາຫານການກິນຄັ້ງນີ້, ແຂກຜູ້ຊົມຍັງໄດ້ຊົມການສະແດງຕີມວຍ, ບັນດາວາດຟ້ອນພື້ນເມືອງ, ຟັງບັນດາບົດເພງທີ່ຍ້ອງຍໍກ່ຽວກັບປະເທດ ຫວຽດນາມ…

ຕອບກັບ

ຂ່າວ/ບົດ​ອື່ນ