ອາເມລິກາ ຈັດວາງພາສີຕ້ານການຊ່ວຍໜູນ ລາຄາສຳລັບກຸ້ງແຊເຢັນຂອງ ຫວຽດນາມ ແລະ ຫຼາຍປະເທດ

ອາເມລິກາ ຈັດວາງພາສີຕ້ານການຊ່ວຍໜູນ ລາຄາສຳລັບກຸ້ງແຊເຢັນຂອງ ຫວຽດນາມ ແລະ ຫຼາຍປະເທດ - ảnh 1
ພາບປະກອບ

(vovworld) – ວັນ​ທີ 29/5, ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ ປະກາດຈະ​ຈັດ​ວາງ​ບັນດາ​ອັດຕາ​ພາສີຕ້ານ​ການ​ຊ່ວຍ​ໜູນ​ລາຄາ​ຂຶ້ນ​ເຖິງ​​ເກື​ອບ 63% ສຳລັບ​​ກຸ້ງ​ແຊ​ເຢັນ​ຈາກ​ບັນດາ​ປະ​ເທດ​ສົ່ງ​ອອກ​​ໃຫຍ່​ຄື: ຈີນ, ອິນ​ເດຍ, ​ມາ​ເລ​ເຊຍ, ​ໄທ ​ແລະ ຫວຽດນາມ. ຄຳ​ຕັດສິນ​ໃນ​ເບື້ອງ​ຕົ້ນ​, ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ ​ໃຫ້ຮູ້​ວ່າ​ຈະ​ຈັດ​ວາງອັດຕາພາສີຈາກລະດັບ 2,09% ສຳລັບຜະລິດ​ຕະພັນ​ຂອງ​ໄທ​ເຖິງ 5,76% ສຳລັບ ຈີນ, 7,05% ສຳລັບ ຫວຽດນາມ, 11,32% ສຳລັບ ອີນ​ເດຍ ​ແລະ 62,74% ສຳລັບ ມາ​ເລ​ເຊຍ. ປະຈຸ​ບັນ, ສິນຄ້າ​ສົ່ງ​ອອກ​ຫຼາຍ​ປະ​ເພດ​​ຈາກ​ 5 ປະ​ເທດ​ນີ້ ກໍ່​ລ້ວນ​ແຕ່​ຖືກ​ຈັດ​ວາງ​ອັດຕາພາສີ​ຕ້ານ​ການ​ຂາຍ​ບູບລາ​ຄາຕ່າງ​ກັນນັບ​ແຕ່​ຫຼາຍ​ປີ​ມາ​ນີ້​. ຄຳ​ຕັດສິນ​ໃນ​ເບື້ອງ​ຕົ້ນ​ດັ່ງກ່າວ​ຂອງ​ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ ​ຖືກ​ຍົກ​ອອກ​ມາ​ພາຍ​ຫຼັງ​ການ​ສືບສວນ​​ການ​ຮ້ອງ​ຟ້ອງ​ຕ່າງໆຈາກ​ບັນດາ​ຜູ້​ຜະລິດ ​ແລະ ຫຸ້ມ​ຫໍ່ ກຸ້ງ​ທີ່ຂຶ້ນ​ກັບ​ພັນທະ​ມິດ​ຂະ​ແ​ໜງອຸດສາຫະກຳ ກຸ້ງ ອ່າວ ​ເມກ​ຊີ​ໂກ​ຂອງ ອາ​ເມ​ລິ​ກາ. ຄຳ​ຕັດສິນ​ສຸດ​ທ້າຍ​ຈະຍົ​ກ​ອອກ​ມາ​ໃນ​ທ້າຍ​ເດືອນ 9 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ