ອາ​ເມ​ລິ​ກາ ຍົກ​ລະ​ດັບ​ການ​ກ່າວ​ເຕືອນ ​ການໄປ​ມາ ຍີ່​ປຸ່​ນ ແລະ ສ.ເກົາຫຼີ

(VOVWORLD) -ວັນທີ 22 ກຸມພາ, ອາເມລິກາ ໄດ້ຍົກລະດັບ ການກ່າວເຕືອນການໄປມາ ຕໍ່ຍີ່ປຸ່ນ ແລະ ສ.ເກົາຫຼີ ໃນສະພາບການໂລກລະບາດ COVID -19 ທີ່ເກີດຈາກ ໄວຣັດ Corona ສາຍພັນໃໝ່ ພວມມີການແຜ່ລະບາດຢ່າງແຮງ ຢູ່ ສອງປະເທດນີ້ ກໍ່ຄືຢູ່ຫຼາຍປະເທດໃນໂລກ. 

ກະຊວງການຕ່າງປະເທດ ອາເມລິກາ ໄດ້ຮຽກຮ້ອງໃຫ້ ປະຊາຊົນຈົ່ງ “ເພີ່ມທະວີຄວາມລະມັດລະວັງ” ເມື່ອເດີນທາງໄປຍັງ ຍີ່ປຸ່ນ, ຍົກລະດັບການກ່າວເຕືອນຂຶ້ນຢູ່ລະດັບທີ 2 ໃນ ທັງໝົດ 4 ລະດັບ ເມື່ອ ມີຂໍ້ມູນຂ່າວສານຫຼາຍຢ່າງທີ່ຖືວ່າ ໂລກລະບາດ COVID-19 ພວມແຜ່ລາມອອກສູ່ວົງຄະນະຍາດຍີ່ປຸ່ນຜ່ານ ບັນດາເສັ້ນທາງຕິດແປດທີ່ຍັງບໍ່ທັນສາມາດ ກຳນົດໄດ້. ສຳລັບ, ລະດັບກ່າວເຕືອນການໄປຍັງປະເທດຈີນ ໄດ້ຂຶ້ນຢູ່ລະດັບທີ 4 - ລະດັບສູງສຸດ - ພ້ອມທັງຮຽກຮ້ອງໃຫ້ ພົນລະເມືອງ ບໍ່ໄປປະເທດນີ້. ກະຊວງການຕ່າງປະເທດ ອາເມລິກາ ກໍ່ໄດ້ຍົກລະດັບກ່າວເຕື່ອນ ໄປຍັງສ.ເກົາຫຼີ ແຕ່ລະດັບທີ 1 ຂຶ້ນເຖິງ ລະດັບທີ 2, ຮຽກຮ້ອງໃຫ້ ພົນລະເມືອງ ເພີ່ມທະວີຄວາມລະມັດລະວັງ.

ຕອບກັບ

ຂ່າວ/ບົດ​ອື່ນ