ອາເມລິກາ, ຕວກກີເຫັນດີສ້າງຕັ້ງສູນປະສານງານເຂດປອດໄພຢູ່ຊີຣີ

(VOVWORLD) -ຕວກກີ ແລະ ອາເມລິກາ ໄດ້ເຫັນດີສ້າງຕັ້ງສູນສູ້ຮົບລວມຢູ່ຕວກກີ
ອາເມລິກາ, ຕວກກີເຫັນດີສ້າງຕັ້ງສູນປະສານງານເຂດປອດໄພຢູ່ຊີຣີ - ảnh 1 (ພາບປະກອບ: AFP/TTXVN)

ວັນທີ 07 ສິງຫາ, ຕວກກີ ແລະ ອາເມລິກາ ໄດ້ເຫັນດີສ້າງຕັ້ງສູນສູ້ຮົບລວມຢູ່ຕວກກີ ເພື່ອປະສານງານ ແລະ ຄຸ້ມຄອງເຂດປອດໄພຢູ່ທາງພາກເໜືອຊີຣີ ເຊິ່ງເຄີຍໄດ້ສ້າງແຜນການກ່ອນໜ້ານັ້ນ, ເພື່ອແນໃສ່ສະກັດກັ້ນບັ້ນແຊກແຊງດ້ານການທະຫານຂອງ Ankara ຢູ່ພາກພື້ນ.

        2 ປະເທດໄດ້ປະກາດເຂດປອດໄພຢູ່ເຂດຊາຍແດນທິດຕາເວັນອອກສ່ຽງເໜືອຊີຣີ ຕິດກັບຕວກກີ ຈະແມ່ນ “ແລວສັນຕິພາບ” ແລະ  2 ປະເທດຈະມານະພະຍາຍາມຢ່າງສຸດຂີດເພື່ອໃຫ້ບັນດາປະຊາຊົນຊີຣີ ຕ້ອງອອກຈາກທີ່ຢູ່ອາໄສ ຍ້ອນສົງຄາມອາດຈະເກີດຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ