ອາເມລິກາ: ພັກສາທາລະນະສະເໜີ ສະມາຊິກສະພາຕ່ຳ Steve Scalise ເປັນປະທານສະພາຕ່ຳ

(VOVWORLD) -  ທ່ານສະມາຊິກສະພາຕ່ຳ Steve Scalise ໄດ້ມີຄະແນນບັດລື່ນກາຍທ່ານ Jim Jordan, ຜູ້ອອກສະໝັກຮັບເລືອກຕັ້ງທີ່ພວມເປັນປະທານກຳມາທິການ ຍຸຕິທຳຂອງສະພາຕ່ຳ
ອາເມລິກາ: ພັກສາທາລະນະສະເໜີ ສະມາຊິກສະພາຕ່ຳ Steve Scalise ເປັນປະທານສະພາຕ່ຳ - ảnh 1ທ່ານສະມາຊິກສະພາຕ່ຳ Steve Scalise
(ພາບ:AFP/TTXVN)

ວັນທີ 11 ຕຸລາ, ບັນດາສະມາຊິກສະພາຕ່ຳຂອງພັກສາທາລະນະ ໄດ້ປະຊຸມລັບ ແລະ ປ່ອນບັດ ເພື່ອສະເໜີສະມາຊິກຂອງພັກນີ້ດຳລົງຕຳແໜ່ງເປັນປະທານ ສະພາຕ່ຳ. ໃນນັ້ນ, ທ່ານສະມາຊິກສະພາຕ່ຳ Steve Scalise ໄດ້ມີຄະແນນບັດລື່ນກາຍທ່ານ Jim Jordan, ຜູ້ອອກສະໝັກຮັບເລືອກຕັ້ງທີ່ພວມເປັນປະທານກຳມາທິການ ຍຸຕິທຳຂອງສະພາຕ່ຳ, ເພື່ອກາຍເປັນຜູ້ອອກສະໝັກຮັບເລືອກຕັ້ງຂອງພັກສາທາລະນະ ທີ່ຈະດຳລົງຕຳແໜ່ງເປັນປະທານສະພາຕ່ຳ. ໃນຂະນະນັ້ນ, ພັກ ປະຊາທິປະໄຕ ໄດ້ເຫັນດີເປັນເອກະພາບສະເໜີທ່ານສະມາຊິກສະພາຕ່ຳ Hakim Jeffries, ການນຳສ່ວນໜ້ອຍຂອງສະພາຕຳ ດຳລົງຕ່ຳແໜ່ງນີ້. ພາຍລັງການປ່ອນບັດເລືອກຕັ້ງ,ທ່ານ Patrick McHenry, ຜູ້ຮັກສາການປະທານສະພາຕ່ຳ ໃຫ້ຮູ້ວ່າ: ອົງການນີ້ໄດ້ພັກຊົ່ວຄາວ ເພື່ອໃຫ້ສະມາຊິກສະພາຕ່ຳ Steve Scalise ມີເວລາພຽງພໍເພື່ອຂົນຂວາຍບັນດາສະມາຊິກສະພາຕ່ຳໃນພັກປ່ອນບັດເລືອກຕັ້ງໃຫ້ຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ