ອາເມລິກາ ສືບຕໍ່ ກໍ່ຄວາມກໍາລັງດັນຕໍ່ ອີຣານ

(VOVWORLD) -ອາເມລິກາ ປະກາດວ່າ ໄດ້ຈັດວາງບັນດາມາດຕະການລົງໂທດ ສໍາລັບ 2 ກໍາລັງພົນລະເຮືອນ ຕ່າງປະເທດ ຢູ່ຊີຣີ ໂດຍອີຣານ ໜູນຊ່ວຍ ແລະ 2 ບໍລິສັດການບິນ ດ້ວຍຄໍາກ່າວຫາວ່າ “ຂົນສົ່ງອາວຸດໃຫ້ຊີຣີ”

        ວັນທີ 24 ມັງກອນ, ອາເມລິກາ ປະກາດວ່າ ໄດ້ຈັດວາງບັນດາມາດຕະການລົງໂທດ ສໍາລັບ 2 ກໍາລັງພົນລະເຮືອນ ຕ່າງປະເທດ ຢູ່ຊີຣີ ໂດຍອີຣານ ໜູນຊ່ວຍ ແລະ 2 ບໍລິສັດການບິນ ດ້ວຍຄໍາກ່າວຫາວ່າ “ຂົນສົ່ງອາວຸດໃຫ້ຊີຣີ”. ໃນບົດແຈ້ງການ, ກະຊວງການເງິນ ອາເມລິກາ ໃຫ້ຮູ້ວ່າ ປະເທດນີ້ ໄດ້ຈັດວາງຄໍາສັ່ງລົງໂທດສໍາລັບກົມກອງ Fatemiyoun  ແລະ ກອງພັນນ້ອຍ Zaynabiyoun ດ້ວຍຄໍາກ່າວຫາທີ່ວ່າ ບັນດາມືປືນ ຂຶ້ນກັບສອງ 2 ກໍາລັງດັ່ງກ່າວ ໂດຍກໍາລັງທະຫານພິທັກປະຕິວັດອິດສະລາມ ອີຣານ (IRGC) ເກນເຂົ້າ. ໄປຄຽງຄູ່ກັນນັ້ນ, ຄໍາສັ່ງລົງໂທດດັ່ງກ່າວ ກໍເລັ່ງໃສ່ບັນດາບໍລິສັດ Flight Travel ເຊິ່ງມີສໍານັກງານຕັ້ງຢູ່ Armenia  ແລະ ບໍລິສັດການບິນ Qeshm Fars Air ມີສໍານັກງານຕັ້ງຢູ່ ອີຣານ. ອາເມລິກາ ຖືວ່າ ສອງບໍລິສັດດັ່ງກ່າວ ມີສາຍພົວພັນສະໜິດແໜ້ນກັບບໍລິສັດການບິນ Iran Mahan Air, ໜູນຊ່ວຍບັນດາກໍາລັງ Quds ຂອງ IRGC ພ້ອມກັບບັນດາຫົວໜ່ວຍອື່ນ ຢູ່ ຊີຣີ ຂົນສົ່ງຊັບພະຍາກອນມະນຸດ ແລະ ອາວຸດ ໄປຍັງປະເທດ ຕາເວັນອອກກາງ. ຕາມນັ້ນແລ້ວ, ບັນດາເຈົ້າໜ້າທີ່ ອາເມລິກາ ໄດ້ປິດລ້ອມຊັບສົມບັດທັງໝົດ ເຊິ່ງບັນດາຫົວໜ່ວຍດັ່ງກ່າວ ເປັນກໍາມະສິດຢູ່ປະເທດນີ້, ພ້ອມທັງຫ້າມປະຊາຊົນ ອາເມລິກາ ພົວພັນກັບ ເຂົາເຈົ້າ.


ຕອບກັບ

ຂ່າວ/ບົດ​ອື່ນ