ອາເມລິກາ ຮັບປະກັນວ່າຈະປົກປ້ອງພັນທະມິດ ເມື່ອຖອນກຳລັງທະຫານອອກຈາກຊີຣີ

(VOVWORLD) -ວັນທີ 6 ມັງກອນ, ທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ ທ່ານ John Bolton ຢັ້ງຢືນວ່າ

ການທີ່ ອາເມລິກາ ຖອນກຳລັງທະຫານ ອອກຈາກ ຊີຣີ ຕ້ອງໄດ້ປະຕິບັດພ້ອມກັບການຮັບປະກັນວ່າ ບັນດາພັນທະມິດຂອງ ອາເມລິກາ ຈະຕ້ອງໄດ້ຮັບການປົກປ້ອງ. ໃນການພົບປະກັບທ່ານ ນາຍົກລັດຖະມົນຕີ Israel Benjamin Netanyahu ຢູ່ Jeruslem, ທ່ານ John Bolton ເນັ້ນໜັກເລື່ອງການຖອນທະຫານອາເມລິກາ ອອກຈາກເຂດຕາເວັນອອກສ່ຽງເໜືອຂອງ ຊີຣີ ຄວນໄດ້ປະຕິບັດຕາມວິທີການເພື່ອຮັບປະກັນວ່າ ອົງການ IS ຕ້ອງຖືກປະລາໄຊ ແລະ ບໍ່ສາມາດຟື້ນຕົວຄືນ ແລະ ກາຍເປັນໄພນາບຂູ່ຄືນອີກ. ນອກຈາກນັ້ນ. ທ່ານ John Bolton ກໍ່ໃຫ້ຮູ້ວ່າ: ອາເມລິກາກໍ່ຈະເອົາໃຈໃສ່ເຖິງບັນດາກອງກຳລັງທີ່ໄດ້ຮ່ວມກັບ ອາເມລິກາ ຕໍ່ສູ້ຕ້ານ IS ແລະ ພວກກຸ່ມກໍ່ການຮ້າຍອື່ນໆ.

ກ່ອນໜ້ານັ້ນໃນວັນດຽວກັນ, ທ່ານ John Bolton ກໍ່ໄດ້ວາງເງື່ອນໄຂໃໝ່ອອກມາຢ່າງໜຶ່ງກ່ຽວກັບເລື່ອງ ອາເມລິກາ ຖອນກຳລັງອອກຈາກ ຊີຣີ, ທ່ານເວົ້າວ່າ ຕວກກີ ຕ້ອງເຫັນດີ ປົກປ້ອງບັນດາພັນທະມິດຊາວ Kurd ຂອງ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ