ອາເມລິກາ ເພີ່ມທະວີການເຄື່ອນໄຫວບິນຕິດຕາມກວດກາຢູ່ແຫຼມ ເກົາຫຼີ

(VOVWORLD) - ເວັບໄຊຕິດຕາມການເຄື່ອນໄຫວທາງການບິນ Aircraft Spots ໃຫ້ຮູ້ວ່າ: ວັນທີ 11 ທັນວາ, ອາເມລິກາ ໄດ້ຜັນຂະຫຍາຍເຮືອບິນສອດແນມ Global Hawk ລຳໜຶ່ງ ບິນຢູ່ເຂດນ່ານຟ້າຂອງແຫຼມ ເກົາຫຼີ ແລະ ເຮືອບິນຖິ້ມລະເບີດຍຸດທະສາດ B-52 ລຳໜຶ່ງບິນຢູ່ເຂດນ່ານຟ້າທະເລໃກ້ກັບ ຍີ່ປຸ່ນ.

        ຕາມ Aircraft Spots ແລ້ວ, ເຮືອບິນຖິ້ມລະເບີດຍຸດທະສາດ B-52 ໄດ້ບິນຂຶ້ນຈາກຖານທີ່ໝັ້ນກອງທັບອາກາດ Anderson ຢູ່ເກາະ Guam. ວັນເວລາຊັດເຈນຂອງການເຄື່ອນໄຫວນີ້ບໍ່ໄດ້ຮັບການປະກາດ. Aircraft Spots ໃຫ້ຮູ້ຕື່ມອີກວ່າ: ກ່ອນນັ້ນໃນວັນດຽວກັນ, ກອງທັບອາກາດ ອາເມລິກາ ໄດ້ຈັດສົ່ງເຮືອບິນສອດແນມ Global Hawk RQ-4 ບິນຢູ່ເຂດນ່ານຟ້າຂອງແຫຼມ ເກົາຫຼີ. ນີ້ແມ່ນການກະທຳທີ່ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ອາເມລິກາ ໄດ້ເພີ່ມທະວີການເຄື່ອນໄຫວຕິດຕາມກວດກາ ສປປ.ເກົາຫຼີ ພາຍຫລັງເຫດທົດລອງຖານຍິງລູກສອນໄຟຫລາຍລູກຂອງ ພຽງຢາງ ໃນໄລຍະມໍ່ໆມານີ້.

ຕອບກັບ

ຂ່າວ/ບົດ​ອື່ນ