ອາເມລິກາ ແລະ ການາດາ ປຶກສາຫາລືກ່ຽວກັບເຫດການ ຈີນ ຈັບຕົວພົນລະເມືອງ ການາດາ

(VOVWORLD) -ສອງຝ່າຍໄດ້ປຶກສາຫາລື ກ່ຽວກັບບັນດາບາດກ້າວເດີນຕໍ່ໄປໃນການແກ້ໄຂບັນຫາ ວໍຊິງຕັນ ຈັດວາງອັດຕາພາສີນໍາເຂົ້າສໍາລັບເຫຼັກກ້າ ແລະ ອາລູມີນຽມ ກັບ Ottaw

ວັນທີ 07 ມັງກອນ, ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau  ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump  ໄດ້ມີການເຈລະຈາຜ່ານທາງໂທລະສັບ ກ່ຽວກັບເລື່ອງ ຈີນ ຈັບຕົວພົນລະເມືອງ ການາດາ ສອງຄົນ. ຕາມແຈ້ງການຂອງຫ້ອງວ່່າການນາຍົກລັດຖະມົນຕີ ການາດາ ໃຫ້ຮູ້ວ່າ ໃນການເຈລະຈາຜ່ານທາງໂທລະສັບນັ້ນ, ທ່ານ Justin Trudeau   ໄດ້ສະແດງຄວາມຂອບອົກຂອບໃຈ ທ່ານປະທານາທິບໍດີ ອາເມລິກາ Donald Trump  ກ່ຽວກັບບັນດາຄໍາຖະແຫຼງການສະໜັບສະໜູນຢ່າງແຮງຂອງ ອາເມລິກາ ຕໍ່ການຈັບຕົວພົນລະເມືອງ ການາດາ 02 ຄົນ ຢູ່ຈີນ. ການນໍາສອງທ່ານ ເຫັນດີ ສືບຕໍ່ຊອກຫາວິທີປ່ອຍຕົວພົນລະເມືອງ 02 ຄົນດັ່ງກ່າວ. ນອກຈາກນັ້ນ, ສອງຝ່າຍໄດ້ປຶກສາຫາລື ກ່ຽວກັບບັນດາບາດກ້າວເດີນຕໍ່ໄປໃນການແກ້ໄຂບັນຫາ ວໍຊິງຕັນ ຈັດວາງອັດຕາພາສີນໍາເຂົ້າສໍາລັບເຫຼັກກ້າ ແລະ ອາລູມີນຽມ ກັບ Ottawa (ນະຄອນຫຼວງຂອງ ການາດາ). ເຖິງຢ່າງໃດກໍຕາມ, ໃນແຈ້ງການ ບໍ່ໄດ້ຮູ້ລາຍລະອຽດກ່ຽວກັບບັນຫາດັ່ງກ່າວ. ກ່ອນໜ້ານັ້ນ, ການາດາ ໄດ້ຄັດຄ້ານຢ່າງແຮງ ຕໍ່ການກະທໍາຈັດວາງອັດຕາພາສີດັ່ງກ່າວ, ເຊິ່ງ ທ່ານປະທານາທິບໍດີ ອາເມລິກາ Donald Trump  ໄດ້ປະກາດເມື່ອເດືອນພຶດສະພາ 2018 ຜ່ານມານັ້ນ ແມ່ນເກີດມາຈາກບັນຫາປ້ອງກັນຄວາມສະຫງົບແຫ່ງຊາດ. ຫຼັງຈາກນັ້ນ, ການາດາ ໄດ້ປະກາດມາດຕະການໂຕ້ຕອບຫຼາຍຢ່່າງ ເລັ່ງໃສ່ສິນຄ້າຂອງ ອາເມລິກາ.


ຕອບກັບ

ຂ່າວ/ບົດ​ອື່ນ