ອາເມລິກາ ໂຈະການຈັດວາງຄຳສັ່ງລົງໂທດສຳລັບ TikTok

(VOVWORLD) -ບັນດາບໍລິສັດ ByteDance Ltd, Oracle ແລະ Walmart ກໍ່ຢັ້ງຢືນຂໍ້ມູນຂ່າວດັ່ງກ່າວ. 

ຕອນບ່າຍວັນທີ 19 ກັນຍາ, ທ່ານປະທານາທິບໍດີອາເມລິກາ Donald Trump ຖະແຫຼງວ່າ, ໄດ້ຮັບຮອງເອົາຂໍ້ຕົກລົງລະຫວ່າງ 2 ບໍລິສັດອາເມລິກາ ແມ່ນ Oracle ແລະ Walmart ກັບກຸ່ມບໍລິສັດ ByteDance Ltd ຂອງຈີນ, ເຊິ່ງເປັນບໍລິສັດແມ່ຂອງ TikTok, ອະນຸຍາດໃຫ້ TikTok ສືບຕໍ່ຮັກສາການເຄື່ອນໄຫວຢູ່ອາເມລິກາ. ຕາມຂໍ້ຕົກລົງແລ້ວ, Oracle ຈະກາຍເປັນຄູ່ຮ່ວມມືດ້ານເຕັກໂນໂລຊີ, ໃນຂະນະນັ້ນ Walmart ສວມບົດບາດແມ່ນຄູ່ຄ້າຂອງ TikTok. ຄາດວ່າ, ບໍລິສັດໃໝ່ຈະສ້າງ 25.000 ວຽກເຮັດງານທຳ. ທ່ານປະທານາທິບໍດີ D. Trump ຕີລາຄາວ່າ ນີ້ແມ່ນຂໍ້ຕົກລົງ “ດີທີ່ສຸດ”. ຕາມທ່ານ D.Trump ແລ້ວ, ຄວາມສະຫົງບປອດໄພຈະໄດ້ຮັບການຮັບປະກັນ 100% ແລະ ບັນດາບໍລິສັດດັ່ງກ່າວຈະນຳໃຊ້ພື້ນຖານ Cloud computing.

ບັນດາບໍລິສັດ ByteDance Ltd, Oracle ແລະ Walmart ກໍ່ຢັ້ງຢືນຂໍ້ມູນຂ່າວດັ່ງກ່າວ. ຜູ້ຕາງໜ້າຂອງ TikTok ກໍ່ສະແດງຄວາມຫວັງວ່າ, ຂໍ້ຕົກລົງຈະຊ່ວຍ “ແກ້ໄຂບັນດາສຄວາມວິຕົກກັງວົນຂອງອຳນາດການປົກຄອງອາເມລິກາ ກ່ຽວກັບຄວາມສະຫງົບປອດໄພແຫ່ງຊາດ ແລະ ແກ້ໄຂບັນດາຄວາມລະແວງສົງໄສກ່ຽວກັບອະນາຄົດຂອງ TikTok ຢູ່ອາເມລິກາ”.

ຕອບກັບ

ຂ່າວ/ບົດ​ອື່ນ