ອາເມລິກາ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ສົມທົບກັບ ອາຊຽນ ຮັບມືກັບໂຄວິດ-19 ແລະ ຟື້ນຟູເສດຖະກິດ

(VOVWORLD) -  ວັນທີ 22 ເມສາ (ຕາມເວລາ ອາເມລິກາ), ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ອອກຖະແຫຼງການຕໍ່ສື່ມວນຊົນ ພາຍຫລັງເຂົ້າຮ່ວມກອງປະຊຸມທາງອອນລາຍກັບລັດຖະມົນຕີການຕ່າງປະເທດບັນດາປະເທດສະມາຊິກ ອາຊຽນ.
ອາເມລິກາ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ສົມທົບກັບ ອາຊຽນ ຮັບມືກັບໂຄວິດ-19 ແລະ ຟື້ນຟູເສດຖະກິດ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo (ພາບ: Reuters) 

         ທ່ານ Mike Pompeo ຢັ້ງຢືນຄຳໝັ້ນສັນຍາຂອງ ອາເມລິກາວ່າ ຈະສືບຕໍ່ສົມທົບກັບ ອາຊຽນ ຮັບມືກັບໂຄວິດ-19 ແລະ ໜູນຊ່ວຍຟື້ນຟູເສດຖະກິດ ແລະ ສັງຄົມ ຍ້ອນໂລກລະບາດກໍ່ຂຶ້ນ ແລະ ຟື້ນຟູການເຕີບໂຕທົ່ວໂລກ; ສືບຕໍ່ໃຫ້ຄຳໝັ້ນສັນຍາຮັກສາການລົງທຶນໄລຍະຍາວໃນການໜູນຊ່ວຍທາງດ້ານເຕັກນິກເສດຖະກິດ ແລະ ການພັດທະນາກຳລັງຄວາມສາມາດຂອງມະນຸດ ໂດຍຜ່ານໂຄງການ USAID 2 ຝ່າຍຢູ່ບັນດາປະເທດສະມາຊິກ ອາຊຽນ ຊື່ງລວມມີ ກຳປູເຈຍ, ອິນໂດເນເຊຍ, ລາວ, ມຽນມາ, ຟີລິບປິນ, ໄທ ແລະ ຫວຽດນາມ.

        ທ່ານລັດຖະມົນຕີ Mike Pompeo ໃຫ້ຮູ້ວ່າ: ຕ້ອງເຮັດແຈ້ງເລື່ອງ ຈີນ ພວມສວຍໃຊ້ຊ່ວງເວລາທົ່ວໂລກພວມສຸມໃສ່ສະກັດກັ້ນໂຄວິດ-19 ເພື່ອສືບຕໍ່ມີການກະທຳເກາະຜິດຂອງຕົນ. ຈີນ ພວມເພີ່ມທະວີ ກຳລັງກົດດັນດ້ານການທະຫານ ແລະ ບັງຄັບບັນດາປະເທດບ້ານໃກ້ເຮືອນຄຽງຢູ່ທະເລຕາເວັນອອກ, ຊ້ຳບໍ່ໜຳ ຍັງຕຳເຮືອຫາປາຂອງ ຫວຽດນາມ ຖືກຈົມນ້ຳ. ອາເມລິກາ ຄັດຄ້ານການກະທຳນາບຂູ່ຂອງ ຈີນຢ່າງແຮງ ແລະ ຫວັງວ່າ ບັນດາປະເທດ ອື່ນຮຽກຮ້ອງ ຈີນ ມີຄວາມຮັບຜິດຊອບກ່ຽວກັບບັນດາການກະທຳຂອງຕົນ.

        ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ຢັັ້ງຢືນວ່າ: ອາເມລິກາ ແລະ ອາຊຽນ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ສ້າງອະນາຄົດ ໂດຍອີງໃສ່ຫຼັກການລວມ - ບົດບາດເປັນໃຈກາງຂອງ ອາຊຽນ, ເປີດເຜີຍ, ໂປ່ງໃສ, ອີງໃສ່ກົດລະບຽບຂໍ້ບັງຄັບ, ຄຸ້ມຄອງບໍລິຫານໃຫ້ດີ ແລະ ເຄົາລົບອະທິປະໄຕ.

ຕອບກັບ

ຂ່າວ/ບົດ​ອື່ນ