ອາເມລິກາ ໜູນຊ່ວຍບັນດາແຂວງພາກກາງ ຫວຽດນາມ ຖືກຜົນສະທ້ອນຈາກໄພນ້ຳຖ້ວມ

(VOVWORLD) - ຄະນະທຸຕານຸທູດ ອາເມລິກາ ປະຈຳ ຫວຽດນາມ ກໍ່ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງທີ່ສຸດມາຍັງລັດຖະບານ ແລະ ປະຊາຊົນ ຫວຽດນາມ ຕໍ່ໜ້າບັນດາຜົນເສຍຫາຍອັນໃຫຍ່ຫລວງ ທີ່ເກີດຂຶ້ນໃນຊຸມວັນຜ່ານມາ 
ອາເມລິກາ ໜູນຊ່ວຍບັນດາແຂວງພາກກາງ ຫວຽດນາມ ຖືກຜົນສະທ້ອນຈາກໄພນ້ຳຖ້ວມ - ảnh 1ບັນດາແຂວງພາກກາງ ຫວຽດນາມ ຖືກຜົນສະທ້ອນຈາກໄພນ້ຳຖ້ວມ. ພາບ: vnexpress.net

  ຕໍ່ໜ້າບັນດາຜົນເສຍຫາຍຢ່າງຮ້າຍແຮງຍ້ອນຄວາມກົດດັນອາກາດຕ່ຳ ແລະ ຝົນຕົກໜັກ, ນ້ຳແກ່ງຖ້ວມເກີດຂຶ້ນຢູ່ບັນດາແຂວງພາກກາງ ຫວຽດນາມ, ສະຖານທູດ ອາເມລິກາ ປະຈຳ ຮ່າໂນ້ຍ ໄດ້ມີການໜູນຊ່ວຍເບື້ອງຕົ້ນໃຫ້ແກ່ລັດຖະບານ ຫວຽດນາມ ເພື່ອແກ້ໄຂຜົນຮ້າຍຢ້ອນຫລັງຈາກໄພພິບັດທຳມະຊາດກໍ່ຂຶ້ນ, ຊ່ວຍປະຊາຊົນຫລຸດຜ່ອນຜົນເສຍຫາຍສ່ວນໃດສ່ວນໜຶ່ງຢ່າງທັນການ. ທ່ານເອກອັກຄະລັດຖະທູດ ອາເມລິກາ Kritenbrink ໄດ້ປະກາດບ້ວງເງິນຊ່ວຍເຫຼືອໃນເບື້ອງຕົ້ນເພື່ອຮັບມືກັບໄພພິບັດທຳມະຊາດທີ່ມີມູນຄ່າ 100.000 USD ໂດຍອົງການພັດທະນາສາກົນ ອາເມລິກາ (USAID) ມອບໃຫ້ສະພາກາແດງ ຫວຽດນາມ.

        ຄະນະທຸຕານຸທູດ ອາເມລິກາ ປະຈຳ ຫວຽດນາມ ກໍ່ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງທີ່ສຸດມາຍັງລັດຖະບານ ແລະ ປະຊາຊົນ ຫວຽດນາມ ຕໍ່ໜ້າບັນດາຜົນເສຍຫາຍອັນໃຫຍ່ຫລວງ ທີ່ເກີດຂຶ້ນໃນຊຸມວັນຜ່ານມາ ແລະ ໃຫ້ຄຳໝັ້ນສັນຍາ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ແກ້ໄຂບັນດາຜົນເສຍຫາຍຍ້ອນໄພນ້ຳຖ້ວມກໍ່ຂຶ້ນ.

  ຕໍ່ໜ້າບັນດາຜົນເສຍຫາຍກ່ຽວກັບຊີວິດ ແລະ ຊັບສິນຂອງປະຊາຊົນຢູ່ເຂດພາກກາງ ຫວຽດນາມ ຍ້ອນພະຍຸນ້ຳຖ້ວມກໍ່ຂຶ້ນ, ສູນປະສານງານອາຊຽນກ່ຽວກັບການຊ່ວຍໜູນມະນຸດສະທຳໃນການຄຸ້ມຄອງໄພທຳມະຊາດໄດ້ຕົກລົງສົ່ງເຄື່ອງບັນເທົາທຸກຊ່ວຍເຫຼືອໃຫ້ແກ່ 2 ແຂວງ ເທື່ອທຽນເຫ້ວ ແລະ ກ໋ວາງຈິ້ ລວມມີ ເຄື່ອງຊ້ອມແປງເຮືອນ 500 ຊຸດ ແລະ ເຄື່ອງຊ້ອມແປງເຮືອນຄົວ 650 ຊຸດໃຫ້ແກ່ແຕ່ລະແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ