ອາເມລິກາຜັນຂະຫຍາຍແຜນການອົບຮົມກຳລັງປ້ອງກັນຄວາມສະຫງົບອີຣັກ

ອາເມລິກາຜັນຂະຫຍາຍແຜນການອົບຮົມກຳລັງປ້ອງກັນຄວາມສະຫງົບອີຣັກ - ảnh 1
ພາບ​ປະ​ກ​ອບ:internet

(vovworld)-​ວັນ​ທີ 15/10, ບັນ​ດາ​ຜູ້​ໃຫ້​ຄຳ​ປຶກ​ສາ​ການ​ທະ​ຫານ​ອາ​ເມ​ລິ​ກາ ໄດ້​ເດີນ​ທາງ​ເຖິງ ອີ​ຣັກ ເພື່ອ​​ອົບ​ຮົມກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ປະ​ເທດນີ້ ໃນ​ສະ​ພາ​ວະ​ກຳ​ລັງ​ດັ່ງ​ກ່າວ ສືບ​ຕໍ່​ປະ​ເຊີນ​ຫນ້າ​ກັບ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ໃນ​ສົງ​ຄາມ​ຕ້ານ​ຄືນ ລັດ​ອິດ​ສະ​ລາມ IS . ວົງ​ການ​ເຈົ້າ​ຫນ້າ​ທີ່ ອ​ີ​ຣັກ ໃຫ​້​ຮູ້​ວ່າ ມີ​ຜູ້​ໃຫ້​ຄຳ​ປຶກ​ສາ​ອາ​ເມ​ລິ​ກາ 100 ຄົນ ໄດ້​ເດີນ​ທາງ​ເຖິງ​ຖານ​ທີ່​ໝັ້ນ​ກອງ​ທັບ​ອາ​ກາດ 2 ແຫ່ງ ຢູ່ ແຂວງ Anbar ພາກ​ຕາ​ເວັນ​ຕົກ​ປະ​ເທດນີ້. ບັນ​ດາ​ຜູ້​ໃຫ້​ຄຳ​ປຶກ​ສາ ອາ​ເມ​ລິ​ກາ ຈະ​ອົບ​ຮົມ ແລະ ບຳ​ລຸງ​ສ້າງ​ໃຫ້​ບັນ​ດາ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ອີ​ຣັກ, ໃນ​ນັ້ນ ມີ​ຕຳ​ຫລວດ ແລະ ບັນ​ດາ​ມື​ປືນ​ຂອງ​ກົກ​ເຫລົ່າ​ສະ​ຫນັບ​ສະ​ຫນູນ​ລັດ​ຖະ​ບານ ໃນ​ບັ້ນ​ຮົບ​ຕ້ານ IS ຢູ່​ບັນ​ດາ​ນະ​ຄອນ ແລະ ເທດ​ສະ​ບານ ທີ່​ຖືກ IS ຢືດ​ຄອງ ຢູ່ ແຂວງ Anbar.

ແລະ ກໍ​ໃນ​ວັນ​ດຽວ​ກັນ, ຫົວ​ຫນ້າ​ອົງ​ການກວດ​ກາ​ຕຳ​ຫລວດ ມາ​ເລ​ເຊຍ ທ່ານ Khalid Abu Bakar ໃຫ້​ຮ້​ູ​ວ່າ: ມີ​ຊາວ ມາ​ເລ​ເຊຍ 13 ຄົນ ຖືກ​ສົງ​ໃສວ່າ ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​ກຸ່ມ​ຫົວ​ຮຸ​ນ​ແຮງ ລ​ັດ​ອິດ​ສະ​ລາມ IS ອີ​ຣັກ ຖືກ​ຈັບ​ຕົວ.

ຂ່າວ/ບົດ​ອື່ນ