ອາເມລິກາເພີ່ມທະວີໜູນຊ່ວຍຫວຽດນາມແກ້ໄຂຜົນຮ້າຍຢ້ອນຫຼັງພາຍຫຼັງສົງຄາມ

ອາເມລິກາເພີ່ມທະວີໜູນຊ່ວຍຫວຽດນາມແກ້ໄຂຜົນຮ້າຍຢ້ອນຫຼັງພາຍຫຼັງສົງຄາມ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Ted Osius ແລະ ພົນ​ໂທ ຫງວຽນ​ຈີ໋ວີ້ງ


(vovworld) – ທີ່​ການ​ຕ້ອ​ນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ອາ​ເມ​ລິ​ກາ ປະ​ຈຳ ຫວຽດ​ນາມ Ted Osius, ວັນ​ທີ 8/5, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ, ພົນ​ໂທ ຫງວຽນ​ຈີ໋ວີ້ງ ສະ​ເໜີ​ໃຫ້ ອາ​ເມ​ລິ​ກາ ມາ​ນະ​ພະ​ຍາ​ຍາມ​ກ່​ວາ​ອີກ​ໃນ​ກາ​ນ​ຊ່ວຍ​ເຫຼື​ອ ຫວຽດ​ນາມ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ພາຍຫຼັງ​ສົ​ງ​ຄາມ, ສ້າງ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ ກັນ, ເປັນ​ປະ​ຖົມ​ປັດ​ໄຈ​ພັດ​ທະ​ນາ​ບັນ​ດາ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ. ໂດຍ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ຂໍ້​ສະ​ເໜີ​ຂອງ​ພົນ​ໂທ ຫງວຽນ​ຈີ໋ວີ້ງ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Ted Osius ຢັ້ງ​ຢືນ​ວ່າ: ອາ​ເມ​ລິ​ກາ ຍາ​ມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ຊຸກຍ​ູ້​ບັນ​ດາ​ການ​ພົວ​ພັນ​ຮ່ວ​ມ​ມື​ກັບ ຫວຽດ​ນາມ, ໃນ​ນັ້ນ​ມີ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາ​ດ, ອາ​ເມ​ລິ​ກາ ພວມ​ມີ​ບັນ​ດາ​ແຜນ​ການ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ງົບ​ປະ​ມານ, ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ທັນ​ສະ​ໄໝ​ເພື່ອ​ພ້ອມ​ກັບ ຫວຽດ​ນາມ ກຳ​ຈັດ​ທາດ​ພິດ ດີ​ໂອ​ຊີນ ແລະ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ລູກ​ລະ​ເບີດ, ວັດ​ຖຸ​ລະ​ເບີດບໍ່​ທັນ​ແຕກ​ທີ່​ຍັງ​ຕົກ​ຄ້າງ​ພາຍຫຼັງ​ສົງ​ຄາມ.


ຂ່າວ/ບົດ​ອື່ນ