ຮັກສາ ແລະ ເສີມຂະຫຍາຍສາຍພົວພັນແບບພິເສດລາວ-ຫວຽດນາມ

(VOVWORLD) -ການຢ້ຽມຢາມແມ່ນກາລະໂອກາດທີ່ດີເພື່ອໃຫ້ 2 ຝ່າຍປຶກສາຫາລືກ່ຽວກັບບັນດາຍຸດທະສາດ, ທິດທາງການຮ່ວມມືໃນໄລຍະຈະມາເຖິງ, ປະກອບສ່ວນສຳຄັນເຂົ້າໃນການພົວພັນ, ຮ່ວມມືຢ່າງຮອບດ້ານລະຫວ່າງ 2 ປະເທດ.
ຮັກສາ ແລະ ເສີມຂະຫຍາຍສາຍພົວພັນແບບພິເສດລາວ-ຫວຽດນາມ - ảnh 1ການພົບປະເຈລະຈາລະຫວ່າງການນຳ 2 ປະເທດ
(ພາບປະກອບ: TTXVN)

ໜັງສືພິມ ປະເທດລາວ ຂອງສຳນັກຂ່າວສານ ລາວ ໄດ້ເນັ້ນໜັກວ່າ: ການເດີນທາງໄປຢ້ຽມຢາມຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ພ້ອມດ້ວຍພັນລະຍາ; ທ່ານປະທານປະເທດຫວຽດນາມ ຫວຽນຊວັນຟຸກ ພ້ອມດ້ວຍພັນລະຍາ, ໄດ້ເປັນການເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ. ການໄປຢ້ຽມຢາມຄັ້ງນີ້ກໍ່ເປັນການຢັ້ງຢືນອີກເທື່ອໜຶ່ງທີ່ວ່າ ເຖິງວ່າສະພາບການພາກພື້ນ ແລະ ໂລກພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ຍ້ອນການແຜ່ລະບາດທີ່ສັບສົນຂອງໂລກລະບາດໂຄວິດ-19 ກໍຕາມ, ແຕ່ 2 ພັກ, 2 ລັດ ລາວ - ຫວຽດນາມ ຈະສືບຕໍ່ປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ, ຫວຽດນາມ - ລາວ.

        ໃນຂະນະນັ້ນ, ໜັງສືພິມປະຊາຊົນຂອງລາວ ກໍ່ເນັ້ນໜັກວ່າ, ການຢ້ຽມຢາມແມ່ນກາລະໂອກາດທີ່ດີເພື່ອໃຫ້ 2 ຝ່າຍປຶກສາຫາລືກ່ຽວກັບບັນດາຍຸດທະສາດ, ທິດທາງການຮ່ວມມືໃນໄລຍະຈະມາເຖິງ, ປະກອບສ່ວນສຳຄັນເຂົ້າໃນການພົວພັນ, ຮ່ວມມືຢ່າງຮອບດ້ານລະຫວ່າງ 2 ປະເທດ.

          ໃນຊຸມມື້ຜ່ານມາ, ບັນດາພາຫະນະສື່ມວນຊົນອື່ນໆຂອງລາວຄື: ວິທະຍຸກະຈາຍສຽງ, ໂທລະພາບແຫ່ງຊາດລາວ ກໍ່ໄດ້ລົງບົດຂຽນຫຼາຍບົດກ່ຽວກັບການພົວພັນລະຫວ່າງ 2 ປະເທດ ເນື່ອງໃນໂອກາດການຢ້ຽມຢາມສັນຖະວະໄມຕີມິດຕະພາບຫວຽດນາມ ຢ່າງເປັນທາງການຂອງເລຂາທິການໃຫຍ່, ປະທານປະເທດສປປ.ລາວ ທອງລຸນ ສີສຸລິດ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ