ຮັກ​ສາ​ການ​ຮ່ວມ​ມື ລັດ​ເຊຍ - ອາ​ເມ​ລິ​ກາ ໃນ​ຂົງ​ເຂດການ​ເດີນ​ອາ​ວະກາດ ​ທີ່ມີ​ຄົນ​ຂັບ

(VOVWORLD) - ທ່ານ Yuri Borisov ຜູ້ອຳນວຍການໃຫຍ່ ອົງການອາວະກາດ ລັດເຊຍ ໄດ້ເນັ້ນໜັກວ່າ ຝ່າຍລັດເຊຍ ພວມແລກປ່ຽນກັບບັນດາຄູ່ຮ່ວມງານຢູ່ ອົງການການບິນ ອາວະກາດ ອາເມລິກາ (NASA) ກ່ຽວກັບການຮ່ວມມືໃນຂົງເຂດການເດີນອາວະກາດທີ່ ມີຄົນຂັບ ໃນຂະນະທີ່ສອງຝ່າຍຍັງເກີດຄວາມບໍ່ລົງລອຍກັນ. 
ຮັກ​ສາ​ການ​ຮ່ວມ​ມື ລັດ​ເຊຍ - ອາ​ເມ​ລິ​ກາ ໃນ​ຂົງ​ເຂດການ​ເດີນ​ອາ​ວະກາດ ​ທີ່ມີ​ຄົນ​ຂັບ - ảnh 1ພາບປະກອບ:  AFP/TTXVN

ລັດເຊຍ ແລະ ອາເມລິກາຈະສືບຕໍ່ ຮ່ວມມືໃນຂົງເຂດ ການເດີນ ອາວະກາດ ທີ່ມີຄົນຂັບ ນັບທັງພາຍຫຼັງໂຄງການ ສະຖານີອາວະກາດສາກົນ(ISS) ສິ້ນສຸດລົງ. ໂດຍຕອບສຳພາດຕໍ່ນັກຂ່າວ Pro Kosmos, ວັນທີ 19 ກຸມພາ, ທ່ານ Yuri Borisov ຜູ້ອຳນວຍການໃຫຍ່ ອົງການອາວະກາດ ລັດເຊຍ ໄດ້ເນັ້ນໜັກວ່າ ຝ່າຍລັດເຊຍ ພວມແລກປ່ຽນກັບບັນດາຄູ່ຮ່ວມງານຢູ່ ອົງການການບິນ ອາວະກາດ ອາເມລິກາ (NASA) ກ່ຽວກັບການຮ່ວມມືໃນຂົງເຂດການເດີນອາວະກາດທີ່ ມີຄົນຂັບ ໃນຂະນະທີ່ສອງຝ່າຍຍັງເກີດຄວາມບໍ່ລົງລອຍກັນ. ສິ່ງນີ້ແມ່ນເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ບັນດາການເຄື່ອນໄຫວອາວະກາດຍັງຄົງສືບຕໍ່ຮັກສາເປັນປົກກະຕິ. ທ່ານໃຫ້ຮູ້ວ່າຕື່ມອີກວ່າ: ການຮ່ວມມືຄືດັ່ງນີ້ ຈະກ່ຽວຂ້ອງເຖິງເລື່ອງດີເປັນເອກະພາບ  ບັນດາ module ຕິດຕັ້ງ ເພື່ອໃຫ້ສອງຝ່າຍອາດຈະໜູນຊ່ວຍເຊິ່ງກັນແລະກັນໃນກໍລະນີທີ່ຈຳເປັນ.

ຕອບກັບ

ຂ່າວ/ບົດ​ອື່ນ