ຮັກສາລະດັບເຕີບໂຕ 7% ຂອງປີ 2024

(VOVWORLD) - ດ້ວຍລວມຍອດຜະລິດຕະພັນພາຍໃນປະເທດ (GDP) ໃນໄຕມາດທີ 3 ຄາດວ່າເພີ່ມຂຶ້ນ 7,4% ແລະ GDP ໃນໄລຍະ 9 ເດືອນເພີ່ມຂຶ້ນ 6,82% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023
ຮັກສາລະດັບເຕີບໂຕ 7% ຂອງປີ 2024 - ảnh 1(ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເຈິ່ນກວັກເຟືອງ)

        ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງລັດຖະບານ ຈັດຂຶ້ນໃນຕອນບ່າຍວັນທມີ 07 ຕຸລາ, ຢູ່ ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເຈິ່ນກວັກເຟືອງ ໃຫ້ຮູ້ວ່າ, ພາຍຸ Yagi ພັດຖະຫຼົ່ມ ຫວຽດນາມ ໃນວັນທີ 07 ກັນຍາ ໄດ້ເຮັດໃຫ້ GDP ຂອງ ຫວຽດນາມ ຫຼຸດລົງປະມານ 0,15 ຄະແນນສ່ວນຮ້ອຍ. ເຖິງຢ່າງໃດກໍ່ຕາມ, ດ້ວຍລວມຍອດຜະລິດຕະພັນພາຍໃນປະເທດ (GDP) ໃນໄຕມາດທີ 3 ຄາດວ່າເພີ່ມຂຶ້ນ 7,4% ແລະ GDP ໃນໄລຍະ 9 ເດືອນເພີ່ມຂຶ້ນ 6,82% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຍັງສືບຕໍ່ລາຍງານຕໍ່ລັດຖະບານຮັກສາເປົ້າໝາຍສູ້ຊົນບັນລຸລະດັບເຕີບໂຕຂອງທັງປີແມ່ນ 7%.

        ກ່ຽວກັບມາດຕະການແກ້ໄຂ, ທ່ານຮອງລັດຖະມົນຕີ ເຈິ່ນກວັກເຟືອງ, ໃຫ້ຮູ້ວ່າ:

        “ໃນບົດລາຍງານ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ສະເໜີຕໍ່ນາຍົກລັດຖະມົນຕີ 2 ບໍລິເວນຈຸດສຸມທີ່ບັນລຸລະດັບເຕີບໂຕສູງກວ່າ ແມ່ນຈະປະກອບສ່ວນສົ່ງຜົນກະທົບທີ່ດີຕໍ່ລະດັບການເຕີບໂຕເສດຖະກິດຂອງທົ່ວປະເທດ, ນັ້ນແມ່ນ, ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ. ດ້ວຍຈິດໃຈຄືແນວນັ້ນ, ໃນໄລຍະຈະມາເຖິງທາງກະຊວງຈະສົມທົບກັບຫ້ອງວ່າການລັດຖະບານ ເພື່ອສ້າງມະຕິກອງປະຊຸມສະໄໝສາມັນຂອງລັດຖະບານໃຫ້ສົມບູນແບບ, ເພື່ອຜັນຂະຫຍາຍການປະຕິບັດບັນດາການຊີ້ນຳຂອງລັດຖະບານ, ນາຍົກລັດຖະມົນຕີ”.

ຕອບກັບ

ຂ່າວ/ບົດ​ອື່ນ