ຮັກສາສາກສົບຂອງປະທານໂຮ່ຈີມິນ ໃຫ້ປອດໄພ, ຍາວນານແມ່ນໜ້າທີ່ການເມືອງ ພິເສດ

(VOVWORLD) - ໃນໄລຍະແຫ່ງການພັດທະນາໃໝ່, ການຮ່ວມມືລະຫວ່າງບັນດາປະເທດເວົ້າລວມ ແລະ ລະຫວ່າງຄະນະຄຸ້ມຄອງສຸສານ ປະທານ ໂຮ່ຈີມິນ ແລະ ສະຖາບັນຄົ້ນຄ້ວາວິທະຍາສາດ ສະໝູນໄພ ແລະ ນຳ້ມັນຫອມ ສະຫະພັນລັດເຊຍ ມີບັນດາຄວາມສະດວກ ແລະ ກາລະໂອກາດໃໝ່...
ຮັກສາສາກສົບຂອງປະທານໂຮ່ຈີມິນ ໃຫ້ປອດໄພ, ຍາວນານແມ່ນໜ້າທີ່ການເມືອງ ພິເສດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມອບຫຼຽນໄຊແຮງງານ ຊັ້ນ 3 ໃຫ້ແກ່ ສະຖາບັນ ຄົ້ນຄ້ວາວິທະຍາສາດສະໝູນໄພ ແລະ ນຳ້ມັນຫອມ ສະຫະພັນລັດເຊຍ (ພາບ: Dương Giang/TTXVN)

ກ່າວຄຳເຫັນທີ່ກອງປະຊຸມສະຫລຸບ 30 ປີແຫ່ງວັນຮ່ວມມືໂດຍກົງລະຫວ່າງ ຄະນະຄຸ້ມຄອງ ສຸສານລຸງໂຮ່ ກັບສະຖາບັນ ຄົ້ນຄ້ວາວິທະຍາສາດສະໝູນໄພ ແລະ ນຳ້ມັນຫອມ ສະຫະພັນລັດເຊຍ ກ່ຽວກັບການຮັກສາສາກສົບຂອງປະທານ ໂຮ່ຈີມິນ ໃຫ້ໝັ້ນຄົງ, ຍາວນານ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 14 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ: ການຮັກສາ ສາກສົບຂອງປະທານ ໂຮ່ຈີມິນ ໃຫ້ປອດໄພຍາວນານ, ແມ່ນໜ້າທີ່ການເມືອງພິເສດ. ສິ່ງດັ່ງກ່າວກໍ່ມີຄວາມໝາຍອັນໃຫຍ່ຫຼວງຕໍ່ພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມ.

ໂດຍຕາງໜ້າການນຳພັກ, ລັດ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງ ຄວາມເຄົາລົບນັບຖື, ຂອບອົກຂອບໃຈຕໍ່ການຮ່ວມມື, ການໜູນຊ່ວຍຢ່າງມີປະສິດທິຜົນຂອງ ໂຊວຽດ ໃນເມື່ອກ່ອນ, ສະຫະພັນລັດເຊຍ ໃນປະຈຸບັນ, ເຊິ່ງເປັນປະຈຳ, ໂດຍກົງແມ່ນ ບັນດານັກວິທະຍາສາດ, ນັກຊ່ຽວຊານດ້ານການແພດຂອງສະຖາບັນຄົ້ນຄ້ວາວິທະຍາສາດ ສະໝູນໄພ ແລະ ນຳ້ມັນຫອມ ສະຫະພັນລັດເຊຍ ທີ່ມີຕໍ່ໜ້າທີ່ “ສຳຄັນພິເສດ, ສັກກະລະບູຊາ ແລະ ສູງສົ່ງ” ນີ້.

ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ: ໃນໄລຍະແຫ່ງການພັດທະນາໃໝ່, ການຮ່ວມມືລະຫວ່າງບັນດາປະເທດເວົ້າລວມ ແລະ ລະຫວ່າງຄະນະຄຸ້ມຄອງສຸສານ ປະທານ ໂຮ່ຈີມິນ ແລະ ສະຖາບັນຄົ້ນຄ້ວາວິທະຍາສາດ ສະໝູນໄພ ແລະ ນຳ້ມັນຫອມ ສະຫະພັນລັດເຊຍ ມີບັນດາຄວາມສະດວກ ແລະ ກາລະໂອກາດໃໝ່, ແຕ່ກໍ່ຕ້ອງ ປະເຊີນໜ້າ ກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກ ຕ້ອງສູ້ຊົນຮອດປີ 2030, ໄດ້ເປັນເຈົ້າການ ແລະ ປະຕິບັດສຳເລັດໜ້າທີ່ຮັກສາສາກສົບ ປະທານໂຮ່ຈີມິນ ໃຫ້ປອດໄພ, ໝັ້ນຄົງ, ຍາວນານໃນທຸກໆເງື່ອນໄຂເປັນຢ່າງດີ.

          ແລະ ກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕ້ອນຮັບຄະນະບັນດານັກວິທະຍາສາດ, ການນຳສະຖາບັນຄົ້ນຄ້ວາວິທະຍາສາດການຢາ ແລະ ນຳ້ມັນຫອມ ສະຫະພັນລັດເຊຍ ໂດຍທ່ານ Sidelnikov Nikolai Ivanovich, ຜູ້ອຳນວຍການ, ສະມາຊິກສະພາມະຫາບັນດິດວິທະຍາສາດ ສະຫະພັນລັດເຊຍ  ເປັນຫົວໜ້າຄະນະ ໄດ້ມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມສະຫລຸບ 30 ປີແຫ່ງວັນຮ່ວມມືໂດຍກົງລະຫວ່າງຄະນະຄຸ້ມຄອງສຸສານ ປະທານໂຮ່ຈີມິນ ກັບ ສະຖາບັນຄົ້ນຄ້ວາວິທະຍາສາດການຢາ ແລະ ນຳ້ມັນຫອມ ສະຫະພັນລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ