ຮັບຟັງຜູ້ມີສິດເລືອກຕັ້ງເພື່ອແກ້ໄຂບັນດາບັນຫາຮ້ອນດ່ວນຈາກປະຊາຊົນ

(VOVWORLD) - ຕອນບ່າຍວັນທີ 15 ຕຸລາ, ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ຮອກໂມນ. 
 
ຮັບຟັງຜູ້ມີສິດເລືອກຕັ້ງເພື່ອແກ້ໄຂບັນດາບັນຫາຮ້ອນດ່ວນຈາກປະຊາຊົນ - ảnh 1 ທ່ານ ຫງວຽນທ້ຽນເຍີນ ກ່າວຄຳເຫັນທີ່ການພົບປະ

ທີ່ການພົບປະ, ຜູ້ມີສິດເລືອກຕັ້ງໄດ້ສະເໜີຫຼາຍຂໍ້ສະເໜີແນະກ່ຽວຂ້ອງເຖິງການຮັບປະກັນຊີວິດສັງຄົມຄື: ຫຼັກອະນາໄມດ້ານສະບຽງອາຫານ, ອະນາໄມສິ່ງແວດລ້ອມ; ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ… ກ່າວຄຳເຫັນທີ່ການພົບປະ, ທ່ານ ເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍີນ ໄດ້ຮັບຮູ້ ແລະ ຮັບເອົາບັນດາການປະກອບຄຳຄິດຄຳເຫັນຂອງຜູ້ມີສິດເລືອກຕັ້ງ; ຢັ້ງຢືນບັນດາບັນຫາທີ່ຂຶ້ນກັບຂອບເຂດຂອງສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດຈະຢື່ນສະເໜີຢ່າງຄົບຖ້ວນຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 4 ຂອງສະພາແຫ່ງຊາດ.

        ກ່ອນໜ້ານັ້ນ, ໃນຕອນເຊົ້າວັນທີ 15 ຕຸລາ, ທີ່ການພົບປະກັບຜູ້ມີສິດເລືອກຕັ້ງເມືອງ ກູຈີ, ທ່ານ ຫງວຽນທ້ຽນເຍີນ ຖືວ່າ ຜ່ານບັນດາການພົບປະກັບຜູ້ມີສິດເລືອກຕັ້ງ, ບັນດາການນຳນະຄອນຕ້ອງຮັບຟັງຄຳເຫັນຂອງປະຊາຊົນຢ່າງແທ້ຈິງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ