ຮັບຮອງການປະກອບສ່ວນຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ

ຮັບຮອງການປະກອບສ່ວນຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ - ảnh 1
ທ່ານ ຫວຽນ​ທ້ຽນ​ເຍີນ, ກຳມະການ​ກົມ​ການ​ເມືອງ,
ປະ​ທານ​ຄະນະ​ກຳມະກາ​ນສູງ​ກາງ​​ແນວ​ໂຮມ​ປະ​ເທ​ດຊາດ​ຫວຽດນາມ
(ພາບ: TTXVN)


(vovworld) – ​ໃນ​ຂອບ​ເຂດ​ບັນດາ​ລາຍການ, ການ​ເຄື່ອນ​ໄຫວ​ສະ​ເຫຼີມສະຫຼອງ 65 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ຂອງ​ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ຫວຽດນາມ (17/11/1950 – 17/11/2015), ຕອນ​ບ່າຍ​ວັນ​ທີ 16/11, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ຫວຽດນາມ ​ໄດ້​ຈັດ​ພິທີ​ຮັບ​ຮອງການ​ປະກອບສ່ວນ​ຂອງ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ພິທີ​, ທ່ານ ຫວຽນ​ທ້ຽນ​ເຍີນ, ກຳມະການ​ກົມ​ການ​ເມືອງ, ປະ​ທານ​ຄະນະ​ກຳມະກາ​ນສູງ​ກາງ​​ແນວ​ໂຮມ​ປະ​ເທ​ດຊາດ​ຫວຽດນາມ ​ເນັ້ນ​ໜັກ​ວ່າ, ​ການ​ປະກອບ​ສ່ວນ​ຂອງບັນດາອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ນັບ​ທັງ​ວິ​ທີ​ສຳ​ພັດ, ບົດຮຽນ, ວິທີ​ການ ​ແລະ ​ແຫຼ​່ງ​​ກ​ຳລັງ​ໄດ້​ປະກອບສ່ວນ​ສຳຄັນ​​ໜູ​ນຊ່ວຍ​ຫວຽດນາມ ​ໃນ​ວິວັດທະນາ​ການ​ກໍ່ສ້າງ ​ແລະ ປະຕິ​ບັດ​ບັນດາ​ຍຸດ​ທະ​ສາ​ດພັດທະນາ​ເສດຖະກິດ​ສັງຄົມ. ສະ​ເພາະ 5 ປີຜ່ານມາ, ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດໄດ້ໜູນ​ຊ່ວຍ​ຫວຽດນາມ ປະມານ 300 ລ້ານ USD/ປີ, ນີ້​ແມ່ນ​ແຫຼ່ງກຳລັງ​ທີ່​ໃຫຍ່ຫຼວງ​ສຳລັບ​ຫວຽດນາມ. ປະຈຸ​ບັນ, ຫວຽດນາມ ມີ​ການ​ພົວພັນ​ຮ່ວມ​ມື​ກັບ​ເກືອ​ບ 1.000 ​ອົງການ​ບໍ່ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ, ທີ່​ມາ​ຈາກ 30 ປະ​ເທດ ​ແລະ ​ເຂດ​​ແຄ​້ວນ.

ຂ່າວ/ບົດ​ອື່ນ