- ຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢູ້ງ ເຮັດວຽກຢູ່ກວາງຫງາຍ

(VOVWORLD) - ວັນທີ 19 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢູ້ງ ນຳໜ້າຄະນະປະຕິບັດງານ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກວາງຫງາຍ. 
-  ຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢູ້ງ ເຮັດວຽກຢູ່ກວາງຫງາຍ - ảnh 1 ຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢູ້ງ ເຮັດວຽກຢູ່ແຂວງ ກວາງຫງາຍ

ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢູ້ງ ໄດ້ຕີລາຄາສູງໝາກຜົນແຫ່ງການພັດທະນາເສດຖະກິດ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງແຂວງ ກວາງຫງາຍ. ທ່ານຮອງນາຍົກລັດຖະມົນຕີ ຖືວ່າ ກວາງຫງາຍ ສຸມໃສ່ກວດກາຄືນ, ປັບປຸງ, ອັບເດັດຄືນຍຸດທະສາດແຫ່ງການພັດທະນາເສດຖະກິດຂອງແຂວງ ຄືວາງແຜນກຳນົດເຄືອຂ່າຍຄົມມະນາຄົມ, ຊົນລະປະທານ, ເຂດອຸດສາຫະກຳ, ເຂດການບໍລິການ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ກວາງຫງາຍ ຕ້ອງສ້າງຫັນແຜນການລົງທຶນ; ຈາກນັ້ນກຳນົດຄວາມຕ້ອງການເງິນລົງທຶນ, ສ້າງລະບົບໂຄງການບຸລິມະສິດລົງທຶນເພື່ອຄິດໄລ່ຢ່າງລະອຽດທີ່ສຸດ. ແຂວງ ສຸມໃສ່ລົງທຶນພື້ນຖານໂຄງລ່າງ ກ່ຽວກັບຄົມມະນາຄົມ, ການທ່ອງທ່ຽວ; ສ້າງກົນໄກນະໂຍບາຍໜູນຊ່ວຍພິເສດສະເພາະໃຫ່ແກ່ບາງເຂດ, ທ້ອງຖິ່ນຕ້ອງພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ