ຮອງນາຍົກລັດຖະມົນຕີ ຟ້າມບີງມິງ ຕ້ອນຮັບເອກອັກຄະລັດຖະທູດ ກາຊັກສະຖານ ປະຈຳ ຫວຽດນາມ

(VOVWORLD) - ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ກາຊັກສະຖານ Beketzhan Zhumakhanov ປະຈຳ ຫວຽດນາມ ໃນຕອນບ່າຍວັນທີ 28 ກັນຍາ ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ,
ຮອງນາຍົກລັດຖະມົນຕີ ຟ້າມບີງມິງ ຕ້ອນຮັບເອກອັກຄະລັດຖະທູດ ກາຊັກສະຖານ ປະຈຳ ຫວຽດນາມ - ảnh 1 ທ່ານ ຟ້າມບີງມິງ ຕ້ອນຮັບທ່ານ Beketzhan Zhumakhanov (ພາບ: BNG)

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ ສະເໜີ 2 ຝ່າຍຊຸກຍູ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ດຳເນີນການທາບທາມຄວາມເຫັນດ້ານການເມືອງ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ປະສິດທິຜົນແຫ່ງການຮ່ວມມື 2 ຝ່າຍ; ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ສະຫະປະຊາຊາດ ແລະ ບັນດາເວທີປາໄສຫລາຍຝ່າຍອື່ນໆ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ ໃຫ້ຮູ້ວ່າ: ການຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ສະຫະພັນເສດຖະກິດ ອາຊີ - ເອີຣົບ ໃນເບື້ອງຕົ້ນ ໄດ້ນຳມາເຊິ່ງບັນດາການຫັນປ່ຽນຢ່າງຕັ້ງໜ້າ ໃນການຮ່ວມມືເສດຖະກິດ - ການຄ້າລະຫວ່າງ 2 ປະເທດ. ວົງເງິນການຄ້າ 2 ຝ່າຍໄດ້ເພີ່ມຂຶ້ນທົບ 2 ເທົ່າ, ສູງທີ່ສຸດເມື່ອທຽບໃສ່ກັບບັນດາປະເທດສະມາຊິກອື່ນໆຂອງສະຫະພັນເສດຖະກິດ ອາຊີ - ເອີຣົບ.

        ສ່ວນທ່ານເອກອັກຄະລັດຖະທູດ Beketzhan Zhumakhanov ປາດຖະໜາຢາກໄດ້ຮັບການຮ່ວມມືຢ່າງແໜ້ນແຟ້ນຈາກບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ເພື່ອສືບຕໍ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ ຫວຽດນາມ - ກາຊັກສະຖານ, ນຳການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ 2 ປະເທດເຂົ້າສູ່ລວງເລິກ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງລັດຖະບານ ແລະ ປະຊາຊົນ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ