ຮອງນາຍົກລັດຖະມົນຕີ ວູ້ວັນນີງຕ້ອນຮັບຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Citigroup
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ວັນນີງ ແລະ
ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Citigroup ຂອງອາເມລິກາ |
(vovworld)- ທີ່ການຕ້ອນຮັບຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Citigroup ຂອງອາເມລິກາ ທ່ານ Machael L. Corbat , ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ວັນນີງ ໄດ້ສະແດງຄວາມພູມໃຈເມື່ອເຫັນວ່າ ມີຫຼາຍຄູ່ຮ່ວມມືລົງທຶນຕ່າງປະເທດ, ໃນນັ້ນມີທັງ ກຸ່ມບໍລິສັດ Citigroup, ໄດ້ເລືອກເອົາຫວຽດນາມແມ່ນສະຖານທີ່ລົງທຶນ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ວັນນີງຊີ້ແຈ້ງວ່າ ລັດຖະບານຫວຽດນາມພ້ອມແລ້ວສ້າງເງື່ອນໄຂສະດວກເພື່ອໃຫ້ບັນດານັກລົງທຶນເຂົ້າເຄື່ອນໄຫວຢູ່ຫວຽດນາມເພື່ອຜົນປະໂຫຍດຂອງທັງ 2 ຝ່າຍ.
ສ່ວນຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Citigroup ຂອງອາເມລິກາ ທ່ານ Machael L. Corbat ຢືນຢັນວ່າ ຈະສືບຕໍ່ໜູນຊ່ວຍຫວຽດນາມໃນບັນດາຂົງເຂດກໍ່ສ້າງພະນັກງານທີ່ມີທັກສະສູງໃນຂົງເຂດການເງິນ, ທະນາຄານ, ໃຫ້ຄຳປຶກສາກ່ຽວກັບສະພາບການເສດຖະກິດພາກພື້ນ ແລະ ສາກົນ ເພື່ອຮັບໃຊ້ວິວັດການປະກາດໃຊ້ນະໂຍບາຍຂອງລັດຖະບານ.