ຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ເຮັດວຽກກັບນັກຊ່ຽວຊ່ານຂອງອົງການແຮງງານສາກົນ

(VOVWORLD) - ການເຮັດວຽກແນໃສ່ແລກປ່ຽນບົດຮຽນສາກົນໃນຂົງເຂດປະກັນສັງຄົມ, ເງິນເດືອນ ແລະ ບາງຂໍ້ສະເໜີແນະກັບ ຫວຽດນາມ ໃນວິວັດການສ້າງສາ,
ຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ເຮັດວຽກກັບນັກຊ່ຽວຊ່ານຂອງອົງການແຮງງານສາກົນ - ảnh 1ຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ເຮັດວຽກກັບນັກຊ່ຽວຊ່ານຂອງອົງການແຮງງານສາກົນ (ພາບ: TTXVN) 

ຕອນບ່າຍວັນທີ 08 ພະຈິກ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້, ຫົວໜ້າຄະນະຊີ້ນຳການປະຕິຮູບນະໂຍບາຍເງິນເດືອນ, ປະກັນສັງຄົມ ແລະ ນະໂຍບາຍພິເສດໃຫ້ຜູ້ມີຄຸນງາມຄວາມດີ ໄດ້ມີການເຮັດວຽກກັບບັນດານັກຊ່ຽວຊານຂອງອົງການແຮງງານສາກົນ (ILO) ຢູ່ ຫວຽດນາມ. ການເຮັດວຽກແນໃສ່ແລກປ່ຽນບົດຮຽນສາກົນໃນຂົງເຂດປະກັນໄພສັງຄົມ, ເງິນເດືອນ ແລະ ບາງຂໍ້ສະເໜີແນະກັບ ຫວຽດນາມ ໃນວິວັດການສ້າງສາ, ສຳເລັດແຜນຮ່າງປະຕິຮູບເງິນເດືອນ, ປະກັນສັງຄົມ, ນະໂຍບາຍພິເສດໃຫ້ຜູ້ມີຄຸນງາມຄວາມດີ.

        ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ປາດຖະໜາວ່າ: ILO ສືບຕໍ່ມີຂໍ້ສະເໜີລະອຽດ ທີ່ກ່ຽວຂ້ອງເຖິງບັນຫາເງິນເດືອນ; ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການສຳນັກງານຂອງ ຫວຽດນາມ ໃນການປຶກສາຫາລື, ໜູນຊ່ວຍບັນດາບັນຫາທີ່ກ່ຽວຂ້ອງ.

        ສ່ວນທ່ານ Chang Hee Lee ຫົວໜ້າຫ້ອງການອົງການແຮງງານສາກົນປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ນະໂຍບາຍແຫ່ງຊາດກ່ຽວກັບເງິນເດືອນ, ປະກັນສັງຄົມແມ່ນນະໂຍບາຍເສດຖະກິດ - ສັງຄົມຫຼັກແຫຼ່ງ, ມີຜົນສະທ້ອນຕໍ່ວິທີຫາເງິນລ້ຽງຊີບຂອງພົນລະເມືອງທັງໝົດ ກໍ່ຄືລັກສະນະແກ່ງແຍ້ງກັນຂອງບັນດາວິສາຫະກິດ ແລະ ທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ