ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດອາເມລິກາ - ảnh 1
ຮອງ​ນາຍົກລັດຖະມົນຕີຟ້າມບິ່ງ​ມິ​ງຕ້ອນຮັບ​ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ
(ພາບ: VGP/Hải Minh)

(vovworld) – ວັນ​ທີ 8/5, ທ່ານ​ຮອງນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ ມີ​ການ​ຕ້ອນຮັບ​ທ່ານ Daniel Russel, ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຮັບຜິດຊອບ​ບັນຫາ ອາຊີ​ຕາ​ເວັນ​ອອກ ​ແລະ ​ປາຊີ​ຟິກ ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ນະ​ທີ່​ນີ້, ທ່ານຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ຢືນຢັນ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ຊຸກຍູ້, ​ເຮັດ​​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ ​ເລິກ​ເຊິ່ງກ່ວາ​ອີກ. ​ເພື່ອ​ສືບ​ຕໍ່​ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ​ແລະ ກະກຽມ​ໃຫ້ການ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ຫັນ​ການ​ພົວພັນ​ທາງ​ການ​ທູດ​ເປັນປົກກະຕິ​ໃນ​ປີ 2015, ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ສະ​ເໜີ​ໃຫ້ 2 ຝ່າຍ​ພ້ອມ​ກັນ​ຊຸກຍູ້​ເພື່ອ​ບັນລຸ​​ໄດ້​ບັນດາ​ໝາກຜົນ​ລະອຽດ​​ໃນ​ໄລຍະ​ຈະ​ມາ​ເຖິງ, ​ໃນ​ນັ້ນ​ມີ​ການ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ - ການ​ລົງທຶນ​ຜ່ານ​​ເລື່ອງ ອາ​ເມ​ລິ​ກາ ສືບ​ຕໍ່​ເປີດ​ປະຕູ​ຕະຫຼາດ​​ໃຫ້​ສິນຄ້າ​ຂອງ ຫວຽດນາມ, ຈຳກັດ​ບັນດາ​ຮົ້ວ​ກີດຂວາງ​ດ້ານ​ການ​ຄ້າ, ມີ​ວິວັດທະນາ​ການ​ຮັບ​ຮອງຂໍ້ກຳນົດກົດ​ລະບຽບ​ເສດຖະກິດ​ການ​ຕະຫຼາດ​ຂອງ ຫວຽດນາມ ພ້ອມ​ກັບ​ເລື່ອງ​ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ ປາຊີ​ຟິກ (TPP).

    ທ່ານ ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Daniel Russel ຢືນຢັນວ່າ: ເລື່ອງສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານກັບ ຫວຽດນາມ ແມ່ນສ່ວນໜຶ່ງທີ່ສຳຄັນໃນຍຸດທະສາດເພີ່ມທະວີການພົວພັນ ພາກພື້ນ ອາຊີ - ປາຊີຟິກ ຂອງທ່ານປະທານາທິບໍດີ Obama, ເຫັນດີເປັນເອກະສັນ ສົມທົບກັນເພື່ອສືບຕໍ່ ຜັນຂະຫຍາຍການພົວພັນຄູ່ຮ່ວມມຮອບດ້ານຢ່າງມີປະສິດທິຜົນ ແລະ ກະກຽມສະເຫຼີມ ສະຫຼອງ 20 ປີສຳເລັດການເຈລະຈາ TPP. ກ່ຽວກັບສະພາບການຢູ່ທະເລຕາເວັນອອກ ໃນປະຈຸບັນ, ທ່ານ Daniel Russel ໄດ້ຢ້ຳຄືນເລື່ອງໂຄສົກກະຊວງການຕ່າງປະເທດ ອາເມລິກາ ມີບົດກ່າວຄຳເຫັນກ່ຽວ ຂ້ອງເຖິງຮ້ານເຈາະນ້ຳມັນ HD 981 ຂອງ ຈີນ ແລະ ເນັ້ນໜັກວ່າ: ອາເມລິກາ ຄັດຄ້ານບັນດາ ການກະທຳເຮັດໃຫ້ປ່ຽນແປງ ສະພາບການເກົ່າ, ສົ່ງຜົນສະທ້ອນເຖິງເສລີພາບ, ຄວາມໝັ້ນຄົງ ແລະ ຄວາມປອດໄພ ການເດີນທະເລ, ກໍ່ຄືບັນດາການກະທຳນຳໃຊ້ ແລະ ນາບຂູ່ນຳໃຊ້ອາວຸດ, ຮຽກຮ້ອງ ໃຫ້ບັນດາຝ່າຍກ່ຽວຂ້ອງລະງັບໃຈ, ແກ້ໄຂບັນດາ ຜ່ານບັນດາມາດຕະການທາງການທູດ ແລະ ບົນພື້ນຖານກົດໝາຍສາກົນ.

 



ຂ່າວ/ບົດ​ອື່ນ