ຮອງນາຍົກລັດຖະມົນຕີຟ້າມບີ່ງມິງພົບປະ2ຝ່າຍຢູ່ນອກກອງປະຊຸມWEF

ຮອງນາຍົກລັດຖະມົນຕີຟ້າມບີ່ງມິງພົບປະ2ຝ່າຍຢູ່ນອກກອງປະຊຸມWEF - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີ່ງ​ມິງ ແລະ ຜູ້​ຕາງ​ໜ້າ​ການ​ຄ້າ
ອາ​ເມ​ລິ​ກາ Micheal Froman
(ພາບ: VGP/Hải Minh)

(vovworld) –ໂດຍນອກ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ຜູ​້​ແທນ ຫວຽດ​ນາມ ໂດຍ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມິງ ນຳ​ໜ້າ​ທີ່​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ (WEF) ຄັ້ງ​ທີ 45 ຢູ່ Davos (ປະ​ເທດ​ສະ​ວິດ), ໃນ​ວັນ​ທີ 23/1, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກະ​ສີ​ກຳ ແລະ ພັດ​ທະ​ນາ​ຊົນ​ນ​ະ​ບົດ ກາວ​ດຶກ​ຟາດ ພ້ອມ​ກັບ​ພະ​ນັກ​ງານ​ບາງ​ທ່ານຂອງ​ຂະ​ແໜງ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ ​ສົນ​ທ​ະ​ນາ​ຂັ້ນ​ສູງ​ຂອງວາ​ລະ​ປະ​ຊຸມ “ໂຄງ​ການ​ດຳ​ເນີນ​ງານ​​ຄ້ຳ​ປະ​ກັນດ້ານ​ສະ​ບຽງ​ອາ​ຫານ​ທົ່ວ​ໂລກ”. ວາ​ລະ​ປະ​ຊຸມ​ໄດ້​ດຶງ​ດູດ​ການ​ນຳ​ 300 ອົງ​ການ ແລະ ປະ​ເທດ​ໃນ​ໂລກ ກ່​ວາ 1.000 ທ່ານເຂົ້າ​ຮ່ວມ, ໃນ​ນັ້ນມີ ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປະ​ຊຸມ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ ກາວ​ດຶກ​ຟາດ, ເຕື້ອງ​ເຖິງ​ເລື່ອງ​ພັດ​ທະ​ນາ​ຂະ​ແໜງ​ກະ​ສີ​ກຳ ຫວຽດ​ນາມ ຂະ​ຫຍັນ​ຂັນ​ເຄື່ອນ ແລະ ໝັ້ນ​ຄົງ​. ບັນ​ດາ​ການ​ນຳ​ກໍ່​ໄດ້​ແລກ​ປ່ຽນ, ຖອດ​ຖອນ​ບົດ​ຮຽນ​ກ່ຽວ​ກັບ​ບັນ​ດາ​ໂຄງ​ການ ແລະ ​ໃຫ້ບຸ​ລິ​ມະ​ສິດ​ເຄື່ອ​ນ​ໄຫວ​ໃນ​ອະ​ນາ​ຄົດ.
            ກ່ອນ​ໜ້ານັ້ນ, ກໍ່​ໃນວັນ​ທີ 23/1, ພ້ອມ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ 2 ຝ່າຍ​ຢູ່ນອກກອງ​ປະ​ຊຸມ​ປະ​ຈຳ​ປີ 2015 ຂອງ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ (WEF DOVOS 2015), ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີ່ງ​ມິງ ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປຶກ​ສາ​ຫາ​ລື​ສຳ​ຄັນ​ຂອງກອງ​ປະ​ຊຸມ​ຈ​ຳ​ນວນ​ໜຶ່ງ.

       ຕອນ​ບ່າຍ​ວັນ​ທີ 22/1, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມິງ ໄດ້​ພົບ​ປະ​ 2 ຝ່າຍ​ກັບພະ​ມະ​ເຫ​ສີໂຮນ​ລັງ Maxima, ທູດ​ພິ​ເສດ​ຂອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກ່ຽວ​ກັບ​ດ້ານ​ການ​ເງິນ​ລ​ວ​ມ, ຜູ້​ຕາງ​ໜ້າ​ການ​ຄ້າ ອາ​ເມ​ລິ​ກາ Micheal Froman, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ. ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຟ້າມ​ບີ່ງ​ມິງ ໄດ້​ໃຫ້ການ​ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ໃຫຍ່​ການ​ເງິນ​ບໍ​ລິ​ສັດ Heineken Hooft Graafland, ປະ​ທານ​ບໍ​ລິ​ສັດ UPS ອາ​ເມ​ລິ​ກາ. ບັນ​ດາ​ວິ​ສາ​ຫະ​ກິດ ຕີ​ລາ​ຄາ​ສູງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ຕະຫຼາດ ຫວຽດ​ນາມ, ພິ​ເສດ​ແມ່ນ​ເມື່ອ ຫວຽດ​ນາມ ກະ​ກຽມ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ສັນ​ຍາ​ກາ​ນ​ຄ້າ​ເສ​ລີ​ຄື: ສັນ​ຍາ​ການ​ຄ້າ​ຂ້າມ​ປາ​ຊີ​ຟິ​ກ (TPP), ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ​ສະ​ຫະ​ພາບ ເອີ​ລົບ (EU), ປາດ​ຖະ​ໜາ​ຢາກ​ໃຫ້​ລັດ​ຖະ​ບານ ຫວຽດ​ນາມ ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ເປີດ​ກ້​ວາງ​ການ​ລົງ​ທຶນ ແລະ ດຳ​ເນີນ​ທຸ​ລະ​ກິດ​ຍາວ​ນານ​ຢູ່ ຫວຽດ​ນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ