ຮອງນາຍົກລັດຖະມົນຕີຫວູດຶກດາມປະຊຸມກັບບັນດາກະຊວງກ່ຽວກັບການນຳໃຊ້ລັດຖະກອນ,ພາລະກອນ,ສັນຍາແຮງງານ

(VOVWORLD) -ຕອນເຊົ້າວັນທີ 20 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ເປັນປະທານການປະຊຸມກັບບາງກະຊວງ, ຂະແໜງການຕ່າງໆກ່ຽວກັບວຽກງານຄຸ້ມຄອງ ແລະ ນຳໃຊ້ລັດຖະກອນ, ພາລະກອນ, ສັນຍາແຮງງານໃນຂົງເຂດສາທາລະນະສຸກ, ການສຶກສາ, ຂົງເຂດວິທະຍາສາດເຕັກໂນໂລຊີ.

ຮອງນາຍົກລັດຖະມົນຕີຫວູດຶກດາມປະຊຸມກັບບັນດາກະຊວງກ່ຽວກັບການນຳໃຊ້ລັດຖະກອນ,ພາລະກອນ,ສັນຍາແຮງງານ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ

(ພາບປະກອບ: TTXVN)

ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ສະເໜີບັນດາກະຊວງສ້າງ ແລະ ມີວິວັດການປະຕິບັດວຽກງານຄຸ້ມຄອງ, ນຳໃຊ້ລັດຖະກອນ, ພາລະກອນ, ສັນຍາແຮງງານຢ່າງຮີບດ່ວນ ຖືກຕ້ອງຕາມເນື້ອໃນຈິດໃຈຂອງບັນດາມະຕິຂອງພັກ, ຊາບຊຶມໃຫ້ບັນດາທ້ອງຖິ່ນປະຕິບັດບັນດາຄຳສັ່ງແນະນຳຢ່າງເຂັ້ມງວດ; ບົນພື້ນຖານນັ້ນລາຍງານຕໍ່ລັດຖະບານບັນດາບັນຫາທີ່ຄວນເອົາໃຈໃສ່. ໃນນັ້ນ, ກ່ຽວກັບວຽກງານການສຶກສາໃຫ້ສັບຊ້ອນຄືນໃໝ່ ເປັນເຈົ້າຕົນເອງໃນກຸ່ມມະຫາວິທະຍາໄລຕາມໄລຍະ ແຕ່ນີ້ຮອດປີ 2021. ທ່ານ ຮອງນາຍົກລັດຖະມົນຕີເນັ້ນໜັກວ່າ: ສຳລັບຂັ້ນມັດທະຍົມສຶກສາ, ພິເສດຢູ່ຂົງເຂດຊົນນະບົດ, ເຂດພູດອຍ, ເຂດຫ່າງໄກສອກຫຼີກ, ຄວນບັນຈຸຄູອາຈານໃຫ້ພຽງພໍ ເພື່ອຮັບປະກັນສິດການຮ່ຳຮຽນຂອງເດັກນ້ອຍ. ກ່ຽວກັບດ້ານສາທາລະນະສຸກ, ຄວນເອົາໃຈໃສ່ເຖິງການແພດສຳຮອງ, ການແພດຂັ້ນຮາກຖານ, ຮັບປະກັນການບັນຈຸພະນັກງານ, ແພດໝໍປິ່ນປົວ ເພື່ອປະຕິບັດວິວັດການຮັບປະກັນສຸຂະພາບທົ່ວປວງຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ