ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ຕ້ອນຮັບຄະນະຜູ້ແທນທີ່ມີ
ຄຸນງາມຄວາມດີນະຄອນ ເກີນເທີ
(ພາບ: Văn Hiếu)
|
(vovworld) – ຕອນບ່າຍວັນທີ 6/7, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນທີ່ມີຄຸນງາມຄວາມດີນະຄອນ ເກີນເທີ ເຊິ່ງແມ່ນບັນດາແມ່ ຫວຽດນາມ ວິລະຊົນ, ບັນດາທະຫານເສຍອົງຄະ, ທະຫານເຈັບປວຍ, ຜູ້ຖືກສັດຕູກັກຂັງ, ເນື່ອງໃນໂອກາດຄະນະມາຢ້ຽມຢາມ ນະຄອນຫຼວງ ຮ່າໂນ້ຍ ແລະ ເຂົ້າສຸສານອາໄລຫາປະທານ ໂຮ່ຈີມິນ. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ເນັ້ນໜັກວ່າ: ພັກ, ລັດ ຍາມໃດກໍເອົາໃຈໃສ່, ບຸລິມະສິດປະກາດໃຊ້ນະໂຍບາຍເພື່ອຍົກສູງລະດັບຄອງຊີບຂອງຜູ້ມີຄຸນງາມຄວາມດີ. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ ປາດຖະໜາວ່າ: ຜູ້ມີຄຸນງາມຄວາມດີນະຄອນ ເກີນເທີ ສືບຕໍ່ແມ່ນແບບຢ່າງທີ່ດີ, ສຶກສາລູກຫຼານອອກແຮງຮ່ຳຮຽນ, ເສີມຂະຫຍາຍມູນເຊື້ອຂອງລຸ້ນພໍ່ລຸ້ນອ້າຍເພື່ອສ້າງສາປະເທດຊາດໃຫ້ນັບມື້ນັບຮັ່ງມີ, ເຂັ້ມແຂງກ່ວາອີກ.