ຮອງນາຍົກລັດຖະມົນຕີເຢຍລະມັນຢ້ຽມຢາມກູຍບາຊຸກຍູ້ການຮ່ວມມືດ້ານເສດຖະກິດ

ຮອງນາຍົກລັດຖະມົນຕີເຢຍລະມັນຢ້ຽມຢາມກູຍບາຊຸກຍູ້ການຮ່ວມມືດ້ານເສດຖະກິດ - ảnh 1
ທ່ານ Sigmar Gabiel ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​
ວ່າການ​ກະຊວງ​ເສດຖະກິດ ​ແລະ ພະລັງງານ ​ເຢຍລະ​ມັນ
(ພາບ: sigmalive.com)

(vovworld) -  ​ໃນ​ລະຫວ່າງ​ວັນ​ທີ 06 – 08/01, ທ່ານ Sigmar Gabiel ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ເສດຖະກິດ ​ແລະ ພະລັງງານ ​ເຢຍລະ​ມັນ ​ໄປຢ້ຽມຢາມ ກູ​ຍບາ ​ເພື່​ອປຶກສາ​ຫາລື​ກັບວົງ​ການ​ເຈົ້າໜ້າ​ທີ່​ປະ​ເທດ​ນີ້ ກ່ຽວ​ກັບກາລະ​ໂອກາດທຳ​ມາ​ຫາ​ກິນ​ໃໝ່ ພາຍຫລັງ ລາ ຮາ​ວາ​ນາ ​ແລະ ວໍ​ຊິງ​ຕັນ ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຄືນ​ໃໝ່ ພາຍຫລັງ​ເກືອບ 5 ທົດ​ສະ​ວັດທີ່​ຢຸດ​ສະ​ງັກນີ້​ແມ່ນ​ຄັ້ງ​ທຳ​ອິດ ທີ່ລັດຖະມົນຕີ​ກະຊວງ​ເສດຖະກິດ ​ເຢຍລະ​ມັນ ຢ້ຽມຢາມ ກູ​ຍບາ ​ໃນ 15 ປີຜ່ານມາ. ​ໃນ​ໄລຍະ​ຢ້ຽມຢາມ ກູ​ຍບາ, ທ່ານ Sigmar Gabiel ​ຈະ​ພົບ​ປະ​ກັບ​ລັດຖະມົນຕີ​ ກູ​ຍບາ ບາງ​ທ່ານ ​ແລະ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ​ເຢຍລະ​ມັນ - ກູ​ຍບາ. ທ່ານ Martin Wansleben ຫົວ​ໜ້າ​ຫ້ອງ​ວ່າການ​ການ​ຄ້າ ​ແລະ ອຸດສາຫະກຳ ​ເຢຍລະ​ມັນ (DIHK) ຖື​ວ່າ: ການ​ຢ້ຽມຢາມ​ຂອງ​ທ່ານ​ Sigmar Gabiel ຮອງ​ນາຍົກລັດຖະມົນ​ຕີ ​ແມ່ນ​ສັນຍານ​ສຳຄັນ​ສະ​ແດງ​ໃຫ້​ເຫັນວ່າ ກູ​ຍບາ ພວມ​ນັບ​ມື້​ນັບ​ກາຍ​ເປັນ​ຈຸກ​ນັດພົບທີ່​ດູດ​ດຶ່ມ​​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ ​ເຢຍລະ​ມັນ.

        ປະຈຸ​ບັນ, ມີ​ວິ​ສາ​ຫະກິດ ​ເຢຍລະ​ມັນ ພຽງປະມານ 50 ​ແຫ່ງ​ພວມ​ຊອກ​ຮູ້, ​ເຄື່ອນ​ໄຫວ​ຢູ່ ກູ​ຍບາ ​​ແລະ ວົງ​ເງິນ​ການ​ຄ້າ​ລະຫວ່າງ ກູ​ຍບາ - ​ເຢຍລະ​ມັນ ​ໃນ​ປີ 2014 ພຽງ​ແຕ່​ບັນລຸ​ໄດ້ 224 ລ້ານ ​ເອີ​ໂຣ ​ເທົ່າ​ນັ້ນ ​ແລະ ​ໃນບັນຊີ​ລາຍ​ຊື່​ບັນດາ​ປະ​ເທດ​ສົ່ງ​ອອກ​ສິນຄ້າ​ໄປ​ຍັງ ​ເຢຍລະ​ມັນ, ກູ​ຍບາ ຢືນ​ອັນ​ດັບ​ທີ 101.

 

ຂ່າວ/ບົດ​ອື່ນ