ຮອງປະທານປະເທດ Nguyen Thi Doan ມອບຂອງຂວັນໃຫ້ນັກຮຽນທຸກຍາກແຂວງ Lao Cai

ຮອງປະທານປະເທດ Nguyen Thi Doan ມອບຂອງຂວັນໃຫ້ນັກຮຽນທຸກຍາກແຂວງ Lao Cai - ảnh 1
ທ່ານ​ນາງຮອງ​ປະທານປະ​ເທດ Nguyen Thi Doan
ທຶນ​ສຶກສາໃຫ້​ເດັກນ້ອຍ​ທຸກຍາກຢູ່​ແຂວງ Lao Cai
(ພາບ:baolaocai.vn)

(vovworld) -     ຕອນ​ເຊົ້າ​ວັນ​ທີ 16/9 ຢູ່​ແຂວງ Lao Cai, ທ່ານ​ນາງຮອງ​ປະທານປະ​ເທດ Nguyen Thi Doan ​ໄດ້​ເຂົ້າ​ຮ່ວມ​ພິທີ​ມອບ​ທຶນ​ສຶກສາ “ພ້ອມ​ກັບນັກ​ຮຽນ​​ໄປ​ໂຮງຮຽນ” ​ໃຫ້​ແກ່ນັກຮຽນ​ທີ່​ທຸກ​ຍາກ​ໃນ​ບໍລິ​ເວນ​ແຂວງ 450 ຄົນ, ​ໂດຍ​ກອງ​ທຶນ​ປົກ​ປ້ອງ​​ເດັກ​ນ້​ອຍຫວຽດນາມ ອຸປະຖຳ. ທີ່​ພິທີ, ທ່ານ​ນາງ​ຮອງ​ປະທານ​ປ​ະ​ເທດ ​ໄດ້​ເນັ້ນ​ໜັກ​ວ່າ; ປີ 2013 ​ແມ່ນ​ປີ​ບານພັບ​ຂອງ​ການຜັນ​ຂະຫຍາຍ​ປ່ຽນ​ໃໝ່ລະບົບ​ສຶກສາ​ຫວຽດນາມ​ໂດຍ​ພື້ນຖານ ​ແລະ ຮອບດ້ານ​. ​ເພາະສະ​ນັ້ນ, ພ້ອມ​ກັບ​ທົ່ວ​ປະ​ເທດ, ​ແຂວງ Lao Cai ຕ້ອງ​ສຸມ​ໃສ່​ເຂົ້າ​ໃນ​ການ​ຄຸ້ມ​ຄອງ, ສຸມ​ໃສ່​ເບິ່ງ​ແຍງ​ດູ​ແລ​ຖັນ​​ແຖວ​ພະນັກງານ, ຄູອາຈານ. ບັນດາ​ໂຮງຮຽນ​ຄວນ​ສຸມ​ໃສ່​ປ່ຽນ​ໃໝ່​ວິ​ທີ​ສິດສອນ, ບັນດາ​ເຄື່ອງ​ອຸປະກອນ​ໃນ​ການ​ສອນ; ​ເພີ່ມ​ທະວີ​ວຽກ​ງານຫັນການ​ສຶກສາ​ເປັນ​ວຽກ​ງານ​ສັງຄົມກ​ວ່າ​ອີກ. ​ແຂວງ Lao Cai ຄວນ​ສືບ​ຕໍ່​ຊີ້​ນຳ​ປະຕິບັດ​ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ​ຢ່າງ​ກະ​ໂດດ​ຂັ້ນ,​​ເບິ່ງ​ແຍງ​ດູ​ແລ​ເດັກ​ທຸກ​ຍາກ, ​ເດັກນ້ອຍ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງຍາກ​​ເປັນພິ​ເສດ ​ແລະ ​ເດັກນ້ອຍ​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການຮໍ່າ​ຮຽນ​ຢູ່​ບໍລິ​ເວນ​ແຂວງ.

        ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ກໍ​ມອບ​ລົດ​ຖີບ 50 ຄັນ ​ແລະ ທຶນ​ສຶກສາ 50 ທຶນ ​ໃຫ້​ເດັກນ້ອຍ​ທຸກຍາກຢູ່​ແຂວງ Lao Cai ​ແລະ ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່ 11 ຄອບຄົວ​ປະສົບ​ເຄາະ​ຮ້າຍຈາກ​ໄພນ້ຳ​ຖ້ວມ​ຢູ່​ບ້ານ Nam Cham, ຕາ​ແສງ Nam Luc, ​ເມືອງ Bac Ha, ພ້ອມ​ກັນ​ນັ້ນ​ກໍ​ມອບ​ຂວງ​ຂວັນ​ຂອງ​ພັກ, ລັດ ​ເຖິງ​ບັນດາ​ຄອບຄົວ​ປະສົບ​ເຄາະ​ຮ້າຍຈາກ​ນ້ຳ​ຖ້ວມ.

ຂ່າວ/ບົດ​ອື່ນ