ຮອງປະທານປະເທດດັ້ງທິງອກທິ້ງມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ໂຮງໝໍພະຍາດເຂດຮ້ອນສູນກາງ

ຮອງປະທານປະເທດດັ້ງທິງອກທິ້ງມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ໂຮງໝໍພະຍາດເຂດຮ້ອນສູນກາງ - ảnh 1
ທ່ານນາງ ດັ້ງທິງອກທິ້ງ ທີ່ພິທີ

(vovworld) – ​​ຕອນ​ເຊົ້າ​ວັນ​ທີ 16/9, ຢູ່​ຕາ​ແສງ ກີ​ມຈູງ, ດົງ​ແອ​ງ, ຮ່າ​ໂນ້ຍ, ​ໂຮງໝໍເຂດ​ຮ້ອນ​ສູນ​ກາງ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ໂຮງໝໍ. ນະ​ທີ່​ນີ້, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ​ອກທິ້ງ ​ໄດ້​ມອບ​ຫຼຽນ​​ໄຊແຮງ​ງານ​ຊັ້ນ​ໜຶ່ງ​ໃຫ້​ໂຮງໝໍພະຍາດ​ເຂດຮ້ອນ​ສູນ​ກາງ, ຍ້ອນ​ມີ​ບັນດາ​ຜົນງານ​ດີ​ເດັ່ນ​ຂອງ​ໂຮງ​ໝໍ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ຫງວຽນ​ທິກິມຕຽນ ປາດ​ຖະໜາ​ວ່າ, ​ໂຮງ​ໝໍ​ພະຍາດເຂດ​ຮ້ອນ​ສູນ​ກາງ ກາຍ​ເປັນ​​ໂຮງໝໍແຖວ​ໜ້າ​ໃນ​ຂົງ​ເຂດ​ບົ່ງ​ມະຕິ, ປິ່ນປົວພະຍາດ​ຕິດ​ແປດ… ​

ຕອບກັບ

ຂ່າວ/ບົດ​ອື່ນ