ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວັງວ່າ ສອງຝ່າຍສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ກະກຽມໃຫ້ການຢ້ຽມຢາມ ຫວຽດນາມ ຈະມາເຖິງຂອງທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໃຫ້ເປັນຢ່າງດີ
ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານ Sebastien Lecornu, ລັດຖະມົນຕີກະຊວງປ້ອງກັນປະເທດ ຝລັ່ງ
(ພາບ:Nhật Bắc/VGP)

ຕອນເຊົ້າວັນທີ 6 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Sebastien Lecornu, ລັດຖະມົນຕີກະຊວງປ້ອງກັນປະເທດ ຝລັ່ງ ພວມຢ້ຽມຢາມ ຫວຽດນາມ, ເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ.

        ໂດຍຕີລາຄາສູງເລື່ອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຝລັ່ງ ໄດ້ຮັບຄຳເຊີນເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊນະນະ ດ້ຽນບຽນຝູ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ: ການຢ້ຽມຢາມຂອງທ່ານລັດຖະມົນຕີ ມີຄວາມໝາຍສຳຄັນ ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ. ທ່ານນາຍົກລັດຖະມົນຕີ ຫວັງວ່າ ສອງຝ່າຍສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ກະກຽມໃຫ້ການຢ້ຽມຢາມ ຫວຽດນາມ ຈະມາເຖິງຂອງທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໃຫ້ເປັນຢ່າງດີ; ກໍ່ຄືຊຸກຍູ້ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຢ່າງແຮງ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຝ່າຍ ຝລັ່ງ, ສະໜັບສະໜູນ, ຊຸກຍູ້ບັນດາປະເທດ EU ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA) ແລະ ຄະນະກຳມະການເອີລົບ (EC) ຍຸບເລິກບັດເຫຼືອງສຳລັບສິນໃນນ້ຳສົ່ງອອກຂອງ ຫວຽດນາມ ບົນພື້ນຖານຮັບຮູ້ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຕ້ານການຈັບຫາປາໂດຍຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ໂດຍໄວ.

        ສ່ວນທ່ານລັດຖະມົນຕີ Sebastien Lecornu ເນັ້ນໜັກວ່າ: ຝ່າຍ ຝລັ່ງ ຖືເປັນສຳຄັນການພົວພັນກັບ ຫວຽດນາມ; ຢັ້ງຢືນສອງຝ່າຍອາດຈະບັນລຸໄດ້ອະນາຄົດແຫ່ງການຮ່ວມມືດີງາມກ່ວາບົນພື້ນຖານເຄົາລົບນັບຖືເຊິ່ງກັນ ແລະ ກັນ ແລະ ເຄົາລົບກົດໝາຍສາກົນ.

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ - ảnh 2ທ່ານ ເລຮ່ວາຍຈູງ, ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ຝລັ່ງ Sebastien Lecornu
(ພາບ: TTXVN)

ແລະ ກໍ່ໃນຕອນບ່າຍວັນທີ 6 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ເລຮ່ວາຍຈູງ, ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດ ຫວຽດນາມ ໄດ້ຕ້ອນຮັບທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ຝລັ່ງ Sebastien Lecornu ພວມຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ.

        ທ່ານ ເລຮ່ວາຍຈູງ ຢັ້ງຢືນວ່າ: ພັກ, ລັດ ຫວຽດນາມ ຍາມໃດກໍ່ຖືການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ ເປັນສຳຄັນ. ທ່ານ ເລຮ່ວາຍຈູງ ເນັ້ນໜັກວ່າ: ຫວຽດນາມ ຕີລາຄາສູງບົດບາດ, ການປະກອບສ່ວນຂອງ ຝລັ່ງເຂົ້າໃນການປົກປັກຮັກສາສັນຕິພາບ, ການຮ່ວມມື ແລະ ການພັດທະນາຢູ່ ເອີລົບ ແລະ ໃນໂລກ.

        ສ່ວນທ່ານລັດຖະມົນຕີ Sebastien Lecornu ຢັ້ງຢືນວ່າ: ຝລັ່ງ ຍາມໃດກໍ່ຖືການປັບປຸງ, ເຮັດໃຫ້ການພົວພັນກັບ ຫວຽດນາມ ເປັນສຳຄັນ. ທ່ານລັດຖະມົນຕີ Sebastien Lecornu ຖືວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານຄັ້ງນີ້ແມ່ນປະກົດການຂອງນ້ຳໃຈມິດຕະພາບ ແລະ ຄວາມຕັດສິນໃຈພ້ອມກັນຮ່ວມມືເພື່ອການພັດທະນາຂອງສອງປະເທດ ແລະ ຜົນປະໂຫຍດຂອງປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ