ຮອງປະທານປະເທດໃຫ້ການຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີແຂວງ ເທື່ອທຽນເຫວ໋

(VOVWORLD) - ຕອນບ່າຍວັນທີ 26/5, ທີ່ການຕ້ອງຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີແຂວງ ເທື່ອທຽນເຫວ໋ ຢູ່ສຳນັກງານປະທານປະເທດ,

ຮອງປະທານປະເທດໃຫ້ການຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີແຂວງ ເທື່ອທຽນເຫວ໋ - ảnh 1 ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ

(ພາບປະກອບ: TTXVN)

ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ຢືນຢັນວ່າ: ພັກ, ລັດຍາມໃດກໍ່ເອົາໃຈໃສ່ ແລະ ສ້າງເງື່ອນໄຂດີທີ່ສຸດເພື່ອຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ສະເໜີອົງຄະນະພັກ, ອຳນາດການປົກຄອງແຂວງ ເທື່ອທຽນເຫວ໋ ສືບຕໍ່ເອົາໃຈໃສ່, ເບິ່ງແຍງດູແລ, ປະຕິບັດລະບອບນະໂຍບາຍສຳລັບ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃນບໍລິເວນແຂວງ. ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ປາຖະໜາວ່າບັນດາຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດແຂວງ ເທື່ອທຽນເຫວ໋, ສືບຕໍ່ເປັນແບບຢ່າງທີ່ດີເດັ່ນ, ສຶກສາລູກຫຼານຮຳ່ຮຽນ, ອອກແຮງງານໃຫ້ດີ; ປະກອບສ່ວນກໍ່ສ້າງບ້ານເກີດເມືອງນອນ, ປະເທດຊາດໃຫ້ນັບມື້ນັບຮັ່ງມີເຂັ້ມແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ