ຮອງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກິມເງິນສິ້ນສຸດການຢ້ຽມຢາມອາເມລິກາ
(ທ່ານນາງຫງວຽນທິກິມເງິນ ແລະ ທ່ານ John McCain)
(vovworld) – ວັນທີ 22/4, (ຕາມເວລາທ້ອງຖິ່ນ), ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ ອາເມລິກາ. ທີ່ນະຄອນຫຼວງ ວໍຊິງຕັນ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ພົບປະກັບບັນດາການນຳສະພາແຫ່ງຊາດ, ອຳນາດການປົກຄອງ ແລະ ວິສາຫະກິດອາເມລິກາ, ໃນນັ້ນມີທ່ານປະທານກຳມາທິການກຳລັງທະຫານສະພາສູງ, ສະມາຊິກສະພາສູງ John McCain; ສະມາຊິກສະພາສູງ Ron Wyden ແລະ ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ Antony Blinken. 2 ຝ່າຍໄດ້ປຶກສາຫາລືບັນດາຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈຄື: ສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP), ສັນຕິພາບ, ສະຖຽນລະພາບ, ໃນນັ້ນມີການປ້ອງກັນຄວາມສະຫງົບ, ປອດໄພໃນການເດີນທະເລຢູ່ພາກພື້ນ. ບັນດາເຈົ້າໜ້າທີ່ ອາເມລິກາ ລ້ວນແຕ່ຖືວ່າ: ວິວັດທະນາການປະຕິຮູບຢູ່ ຫວຽດນາມ ໄດ້ ແລະ ພວມສ້າງຄວາມປະທັບໃຈຢ່າງແຂງແຮງ. ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕີລາຄາສູງການສະໜັບສະໜູນຂອງສະພາແຫ່ງຊາດ, ລັດຖະບານ ແລະ ວິສາຫະກິດ ອາເມລິກາ ໃນການຊຸກຍູ້ການພົວພັນລະຫວ່າງ 2 ປະເທດ, ພ້ອມທັງຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນທີ່ສຸດການພັດທະນາການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ອາເມລິກາ. ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີ 2 ຝ່າຍສືບຕໍ່ຮ່ວມມືຍູ້ໄວວິວັດທະນາການເຈລະຈາ ເພື່ອສຳເລັດການເຈລະຈາສັນຍາ TPP, ປະກອບສ່ວນຊຸກຍູ້ທ່າອ່ຽງຮ່ວມສຳພັນຢູ່ ອາຊີ-ປາຊີຟິກ. ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກໍ່ສະເໜີສະພາປ້ອງກັນຄວາມສະຫງົບແຫ່ງຊາດອາເມລິກາ ກໍ່ຄືກະຊວງການຕ່າງປະເທດ 2 ປະເທດສົມທົບກັນຊຸກຍູ້ບັນດາການຢ້ຽມຢາມຂອງການນຳຂັ້ນສູງ 2 ປະເທດໃນໄລຍະຈະມາເຖິງ.
ເຍີດກວິ່ນ, ນັກຂ່າວVOV ປະຈຳອາເມລິກາ