ຮ່າງກົດໝາຍວ່າດ້ວຍການກ່າວຟ້ອງ (ສະບັບປັບປຸງ) ເພີ່ມເຕີມບັນດາຂໍ້ກຳນົດກ່ຽວກັບການປົກປ້ອງຜູ້ກ່າວຟ້ອງ

(VOVWORLD) -ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອ 3, ຕອນເຊົ້າວັນທີ 29 ພຶດສະພາ, ບັນດາສະມາຊິກສະພາແຫ່ງຊາດໄດ້ຮັບຟັງທ່ານຫົວໜ້າອົງການກວດກາລັດຖະບານ ຟາມວັນເຊົ໋າ, ໂດຍໄດ້ຮັບການມອບສິດຈາກນາຍົກລັດຖະມົນຕີ ສະເໜີໃບຮ່າງກົດໝາຍວ່າດ້ວຍການກ່າວຟ້ອງ (ສະບັບປັບປຸງ)

ຮ່າງກົດໝາຍວ່າດ້ວຍການກ່າວຟ້ອງ (ສະບັບປັບປຸງ) ເພີ່ມເຕີມບັນດາຂໍ້ກຳນົດກ່ຽວກັບການປົກປ້ອງຜູ້ກ່າວຟ້ອງ - ảnh 1 ຫົວໜ້າກຳມາທິການກົດໝາຍຂອງສະພາແຫ່ງຊາດ ຫງວຽນຄັ໋ກດິ້ງ

(ພາບ: Quochoi.vn)

ຫົວໜ້າກຳມາທິການກົດໝາຍຂອງສະພາແຫ່ງຊາດ ຫງວຽນຄັ໋ກດິ້ງ ສະເໜີບົດລາຍງານໃນການກວດກາຮ່າງກົດໝາຍວ່າດ້ວຍການກ່າວຟ້ອງ (ສະບັບປັບປຸງ). ຮ່າງກົດໝາຍແມ່ນສືບຕໍ່ສືບທອດຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການກ່າວຟ້ອງ ກ່ຽວກັບຂອບເຂດຂອງການດັດປັບ, ໃນນັ້ນມີຂໍ້ກຳນົດກ່ຽວກັບການກ່າວຟ້ອງ ແລະ ແກ້ໄຂການກ່າວຟ້ອງສຳລັບ 2 ກຸ່ມການກະທຳລະເມີດກົດໝາຍ…

        ພາຍຫຼັງຮັບຟັງຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດກ່ຽວກັບຮ່າງກົດໝາຍວ່າດ້ວຍການກ່າວຟ້ອງ (ສະບັບປັບປຸງ), ທ່ານ ຫງວຽນດຶກຫາຍ, ກຳມາທິການຄະນະປະຈຳສະພາແຫ່ງຊາດ, ຫົວໜ້າກຳມາທິການການເງິນ, ງົບປະມານສະພາແຫ່ງຊາດ, ສະເໜີບົດລາຍງານອະພິປາຍ, ຮັບເອົາຄຳເຫັນ, ປັບປຸງຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ຊັບສິນຂອງລັດ (ສະບັບປັບປຸງ). ທີ່ວາລະປະຊຸມ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ຊັບສິນຂອງລັດ (ສະບັບປັບປຸງ).

ຕອບກັບ

ຂ່າວ/ບົດ​ອື່ນ