ຮ່າຕິ້ງ: ພິທີໄຫວ້ອາໄລ, ປົງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ

ຮ່າຕິ້ງ: ພິທີໄຫວ້ອາໄລ, ປົງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ - ảnh 1
ພິທີ​ໄຫວ​ອາ​ໄລ, ປົງອັດຖິ​ທະຫານ​ອາສາ​ສະໝັກ
​ແລະ ນັກ​ຊ່ຽວຊານ​ຫວຽດນາມ ທີ່​ເສຍສະຫຼະ​ຊີວິດຢູ່​ລາວ
(ພາບ: TTXVN)


(vovworld) – ຕອນ​ເຊົ້າ​ວັນ​ທີ 13/05, ຢູ່​​ເຂດສຸສານ​ທະຫານ​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ເນີມ, ​ເມືອງ​​ເຮືອງ​ເຊີນ, ​ແຂວງ​ຮ່າ​ຕິ້ງ ​ໄດ້​ຈັດ​ພິທີ​​ໄຫວ​້ອາ​ໄລ ​ແລະ ປົງອັດຖິ​ທະຫານ​ອາສາ​ສະໝັກ ​ແລະ ນັກ​ຊ່ຽວຊານ​ຫວຽດນາມ 9 ຊຸດທີ່​ເສຍສະຫຼະ​ຊີວິດຢູ່​ ລາວ. ລະດູ​ແລ້ງ​ປີ 2013 – 2014, ກອງ​ທ້ອນ​ໂຮມ​ອັດຖິ​ທະຫານ​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ - ກອງ​ບັນຊາ​ການ​ທະຫານ​ຮ່າ​ຕິ້ງ ​ໄດ້​ສືບ​ຕໍ່​ຜັນ​ຂະຫຍາຍ​ການ​ຊອກ​ຫາ​ໃນ​ບໍ​​ລິເວັນ​ບັນດາ​ເມືອງ​ຄື: ບໍ​ລິ​ຄັນ, ປາກ​ຊັນ, ວຽງ​ທອງ, ຄຳ​ເກີດ ຂອງ​ແຂວງ​ບໍລິ​ຄຳ​ໄຊ ​ແລະ ນະຄອນຫຼວງ​ວຽງ​ຈັນ ​ແລະ ​ໄດ້​ທ້ອນ​ໂຮມອັດຖິ​ທະຫານ​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດຢູ່​ແຂວງ​ບໍ​ລິ​ຄຳ​ໄຊ​ໄດ້ 9 ຊຸດ. ບັນດາອັດຖິ​ທະຫານ​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ລ້ວນ​ແຕ່ຍັງບໍ່​ທັນກຳນົດ​ໄດ້ຊື່, ອາຍຸ, ທີ່ຢູ່, ພຽງ​ແຕ່​ມີ​ຂໍ້​ມູນ​ຂອງ​ປະຊາຊົນ​ແມ່ນ​ມີທະຫານ​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດມີ​ຊື່ວ່າ ​ເລືອ​ງ ຢູ່​ກອງພັນ​ນ້ອຍ 44 ຮ່າ​ຕິ້ງ ​ແລະ ອີກ​ຄົນ​ໜຶ່ງ​ມີຊື່ ຕ໋ຽດ… ຕາມ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຮ່າ​ຕິ້ງ, ​ແຕ່​ປີ 1999 ມາ​ຮອດ​ປະຈຸ​ບັນ, ກອງ​ບັນຊາ​ການ​ທະຫານ ​ໄດ້​ສົມທົບ​ກັບ​ຄະນະ​ປະຕິບັດ​ງານ​ພິ​ເສດ​ຂອງ​ປະ​ເທດ​ລາວ ຊອກ​ຫາ, ທ້ອນ​ໂຮມ​ອັດຖິທະຫານ​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ໄດ້ 694 ຊຸດ.
ຂ່າວ/ບົດ​ອື່ນ