ເກີດເຫດລະເບີດຢູ່ໂຮງໝໍທີ່ເຂດ ກາຊາ ເຮັດໃຫ້ 500 ຄົນເສຍຊີວິດ

(VOVWORLD) - ຢ່າງໜ້ອຍສຸດມີລູກສອນໄຟ 2 ລູກໄດ້ບຸກໂຈມຕີໃສ່ຕຶກອາຄານປິນປົວຄົນເຈັບຂອງໂຮງໝໍ ເຮັດໃຫ້ຕຶກອາຄານນີ້ຖືກພັງທະລາຍໝົດ.
ເກີດເຫດລະເບີດຢູ່ໂຮງໝໍທີ່ເຂດ ກາຊາ ເຮັດໃຫ້ 500 ຄົນເສຍຊີວິດ - ảnh 1ຢ່າງໜ້ອຍສຸດມີລູກສອນໄຟ 2 ລູກໄດ້ບຸກໂຈມຕີໃສ່ຕຶກອາຄານປິນປົວຄົນເຈັບຂອງໂຮງໝໍ
(ພາບ: AFP/TTXVN)

       ຢ່າງໜ້ອຍສຸດມີ 500 ຄົນເສຍຊີວິດ, ພ້ອມທັບຜູ້ຮັບບາດເຈັບ ແລະ ຫາຍສາບສູນນັບຮ້ອຍຄົນພາຍຫຼັງເກີດເຫດລະເບີດຄັ້ງໃຫຍ່ຢູ່ໂຮງໝໍ AI Ahli ຂຶ້ນກັບນະຄອນ ກາຊາ, ໃນຕອນຄ່ຳວັນທີ 17 ຕຸລາ (ຕາມເວລທ້ອງຖິ່ນ). ຜູ້ເສຍຊີວິດ, ຮັບບາດເຈັບລ້ວນແຕ່ແມ່ນສາມັນຊົນ, ລວມມີ ທ່ານໝໍ, ຄົນເຈັບ, ຍາດຕິພີນ້ອງຂອງຄົນເຈັບ, ຊາວລີ້ໄພ… ບັນດາຜູ້ເຫັນເຫດການໃຫ້ຮູ້ວ່າ, ຢ່າງໜ້ອຍສຸດມີລູກສອນໄຟ 2 ລູກໄດ້ບຸກໂຈມຕີໃສ່ຕຶກອາຄານປິນປົວຄົນເຈັບຂອງໂຮງໝໍ ເຮັດໃຫ້ຕຶກອາຄານນີ້ຖືກພັງທະລາຍໝົດ.

        ເຫດລະເບີດດັ່ງກ່າວເກີດຂຶ້ນໃນຈຸດເວລາທີ່ກຸ່ມ Hamas ພວມຍິງລູກຈະຫຼວດຫຼາຍລູກ ແລະ ລູກສອນໄຟໃສ່ພາກກາງຂອງ ອິດສະຣາແອັນ, ໃນນັ້ນມີລູກສອນໄຟຫຼາຍລູກໃສ່ນະຄອນ Tel Aviv. ພາຍຫຼັງທີ່ເກີດເຫດການດັ່ງກ່າວ, Hamas ໄດ້ກ່າວຫາ ອິດສະຣາແອັນ ວ່າໄດ້ດຳເນີນການໂຈມຕີ. ໃນຂະນະນັ້ນ, ໂຄສົກກອງທັບ ອິດສະຣາແອັນ ໄດ້ປະຕິເສດບໍ່ຢັ້ງຢືນຄວາມສາມາດຂອງກອງກຳລັງນີ້ໄດ້ບຸກໂຈມຕີໂຮງໝໍ Al Ahli ຫຼືບໍ່, ແລະ ພຽງແຕ່ໃຫ້ຂ່າວວ່າ ເຫດການ “ພວມພິຈາລະນາ”.

        ພາຍຫຼັງເກີດເຫດລະເບີດ, ອີກເທື່ອໜຶ່ງລັດຖະບານ ອີຢິບ ໄດ້ຮຽກຮ້ອງໃຫ້ປະຊາຄົມໂລກຕ້ອງແຊກແຊງໂດຍທັນທີ ເພື່ອສະກັດກັ້ນບໍ່ໃຫ້ການປະທະກັນຢູ່ເຂດ ກາຊາ ຖືກປິນຂັ້ນໄດຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ