ເກີດເຫດໄຟໄໝ້ຢູ່ສາງນ້ຳມັນໃນປະເທດ ກຸຍບາ: ຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບສືບຕໍ່ເພີ່ມຂຶ້ນສູງ

(VOVWORLD) - ກ່ອນໜ້ານັ້ນ, ອ່າງບັນຈຸນ້ຳມັນດິບດ້ວຍບໍລິມາດ 50.000 m3 ໃນເຂດອຸດສາຫະກຳໃກ້ກັບນະຄອນ Matanzas ຖືກໄຟໄໝ້ຍ້ອນເກີດຈາກຟ້າຜ່າ.
 
ເກີດເຫດໄຟໄໝ້ຢູ່ສາງນ້ຳມັນໃນປະເທດ ກຸຍບາ: ຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບສືບຕໍ່ເພີ່ມຂຶ້ນສູງ - ảnh 1ຕຳຫຼວດດັບເພີງຢູ່ສະຖານທີ່ເກີດເຫດ (ພາບ:AFP/TTXVN)

ວັນທີ 6 ສິງຫາ, ກະຊວງສາທາລະນະສຸກ ກຸຍບາ ໃຫ້ຮູ້ວ່າ: ໄດ້ເກີດເຫດໄຟໄໝ້ຢູ່ສາງເຊື້ອໄຟໃນແຂວງ Matanzas, ເຮັດໃຫ້ຢ່າງໜ້ອຍສຸດມີ 1 ຄົນເສຍຊີວິດ, ຕຳຫຼວດດັບເພີງ 17 ຄົນຖືກຫາຍສາບສູນ ແລະ ຜູ້ຮັບບາດເຈັບ 121 ຄົນ, ໃນນັ້ນມີລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ Livan Arronte. ໃນຂະນະນັ້ນ, ມີປະຊາຊົນຢູ່ໃກ້ສະຖານທີ່ເກີດເຫດປະມານ 1.900 ຄົນຖືກຍົກຍ້າຍໄປບ່ອນປອດໄພ.

        ແລະກໍ່ໃນວັນດຽວກັນ, ເຮືອບິນ Boeing 737-700 ຂອງກຳລັງກອງທັບອາກາດ ເມັກຊີໂກ ໄດ້ລົງຈອດຢູ່ສະໜາມບິນ Juan Gualberto Gomez ຂອງແຂວງ Matanzas. ໃນເຮືອບິນມີທະຫານ ແລະ ນັກຊ່ຽວຊານດ້ານນ້ຳມັນອາຍແກັດ ເມັກຊີໂກ 83 ຄົນ ພ້ອມກັບວັດຖຸອຸປະກອນໜູນຊ່ວຍການດັບເພີງ. ເຮືອບິນ A340-600 ຂອງບໍລິສັດການບິນ Venezuela Conviasa ລຳໜຶ່ງສົ່ງຕຳຫຼວດດັບເພີງ  ພ້ອມກັບນັກຊ່ຽວຊານແກ້ໄຂໄພພິບັດ 35 ຄົນຂອງກຸ່ມລັດວິສາຫະກິດ PDVSA ພ້ອມກັບອຸປະກອນດັບເພີງກໍ່ໄດ້ໄປຍັງ ກຸຍບາ.

        ກ່ອນໜ້ານັ້ນ, ອ່າງບັນຈຸນ້ຳມັນດິບດ້ວຍບໍລິມາດ 50.000 m3 ໃນເຂດອຸດສາຫະກຳໃກ້ກັບນະຄອນ Matanzas ຖືກໄຟໄໝ້ຍ້ອນເກີດຈາກຟ້າຜ່າ. ໂດຍບໍ່ວ່າບັນດາຄວາມມານະພະຍາຍາມຂອງຫຼາຍກຳລັງໃດໆ, ເຊິ່ງລວມມີກະຊວງພາຍໃນນັ້ນ, ແຕ່ຄວັນຈາກການໄຟໄໝ້ກໍ່ຍັງປົກຄຸມໄປເຖິງນະຄອນຫຼວງ ລາຮາວານ, ຫ່າງຈາກສະຖານທີ່ເກີດເຫດປະມານ 124 ກມ.

ຕອບກັບ

ຂ່າວ/ບົດ​ອື່ນ