ເກືອບ 250 ຄົນ ທີ່ໃກ້ຊິດກັບກໍລະນີຕິດເຊື້ອ 2 ຄົນທໍາອິດໃນລາວ

(VOVWORLD) -ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ໂຕ້ຕອບກັບພະຍາດ ໂຄວິດ-19 ພ້ອມດ້ວຍຄະນະກົມ ຄວບຄຸມພະຍາດຕິດຕໍ່ ແລະ ຄະນະສູນວິເຄາະ ແລະ ລະບາດວິທະຍາ ໄດ້ຖະ ແຫລງກ່ຽວກັບ ການເຄື່ອນໄຫວຂອງກໍລະນີຕິດເຊື້ອ 2 ຄົນທໍາອິດໃນລາວ ພົບຜູ້ສໍາຜັດໃກ້ຊິດ ກັບທັງ 2 ລວມເກືອບ 250 ຄົນ ໃນວັນທີ 25 ມີນາ 2020 ທີ່ກະຊວງສາທາລະນະສຸກ.

ຄະນະດັ່ງກ່າວ, ໄດ້ເປີດເຜີຍຂໍ້ມູນສ່ວນຕົວ ແລະ ຂໍ້ມູນການເຄື່ອນໄຫວ ຂອງຜູ້ຕິດເຊື້ອທັງ 2 ຄົນ ເພື່ອເປັນຂໍ້ມູນໃຫ້ກັບ ຜູ້ທີ່ພົວພັນໃກ້ຊິດໄດ້ຮັບຮູ້ ແລະ ສະແດງໂຕ, ເຊິ່ງຂໍ້ມູນຂອງທັງ 2 ກໍລະນີຕິດເຊື້ອ ມີດັ່ງນີ້: ກໍລະນີທຳອິດ, ນາງ ກົງສິນ ອາຍຸ 36 ປີ ອາຊີບພະນັກງານນໍາທ່ຽວ ພັກຢູ່ທີ່ບ້ານຄຳຮຸ່ງ ເມືອງໄຊທານີ ນະຄອນຫລວງວຽງຈັນ, ມີອາການໄຂ້ ວັນທີ 23 ມີນາ ແລະ ໄດ້ຖືກຢັ້ງຢືນວ່າຕິດເຊື້ອໂຄວິດ-19 ໃນເວລາ 23:00 ໂມງຂອງມື້ດຽວກັນ. ປະຫວັດການເດີນທາງ 7-10 ມີນາ ໄດ້ພາແຂກທີ່ມາຈາກ ບັນດາປະເທດຢູໂຣບ 38 ຄົນ ທ່ຽວຢູ່ນະຄອນຫລວງວຽງຈັນ, ຈາກນັ້ນກໍເດີນທາງໄປເມືອງວັງວຽງ ແລະ ແຂວງຫລວງພະບາງ ສຳເລັດການທ່ອງທ່ຽວ ແລ້ວແຂກທັງໝົດໄດ້ເດີນທາງ ທ່ອງທ່ຽວຕໍ່ທີ່ປະເທດກຳປູເຈຍ.

ໃນລະຫວ່າງວັນທີ 12-20 ມີນາ ໄດ້ນໍາພາແຂກຊຸດໃໝ່ 3 ຄົນ ທີ່ເດີນທາງມາຈາກຢູໂຣບ ທ່ຽວ ແຂວງຫລວງພະບາງ, ແຂວງອຸດົມໄຊ, ເມືອງຂວາ ແຂວງຜົ້ງສາລີ ແລະ ເມືອງວັງວຽງ ແຂວງວຽງຈັນ, ເຊິ່ງນັກທ່ອງທ່ຽວທັງ 3 ໄດ້ກັບຄືນປະເທດ ໃນວັນທີ 20 ມີນາ, ຫລັງຈາກນັ້ນ ນາງ ກົງສິນ ໄດ້ເດີນທາງດ້ວຍເຮືອບິນ ກັບມານະຄອນຫລວງວຽງຈັນ ແລະ ຮູ້ສຶກວ່າຕົນເອງບໍ່ສະບາຍ ຈຶ່ງໄປພັກທີ່ໂຮງແຮມສຸວັນນາ ບ້ານ ສີສະຫວາດ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ເພື່ອຈໍາກັດບໍລິເວນໂຕເອງ. ຈາກນັ້ນໃນວັນທີ 22 ມີນາ ຜູ້ກ່ຽວຮູ້ສຶກບໍ່ສະບາຍ ຈຶ່ງໄດ້ເດີນທາງໄປກວດສຸຂະ ພາບ ຢູ່ໂຮງໝໍມິດຕະພາບ ເຊິ່ງເວລານັ້ນແມ່ນຍັງບໍ່ພົບອາຫານຫຍັງ ທ່ານໝໍຈຶ່ງແນະນຳໃຫ້ຈຳກັດບໍລິເວນຕໍ່ໄປ. ຮອດວັນທີ 23 ມີນາ ຜູ້ກ່ຽວຮູ້ສຶກວ່າອາການບໍ່ດີຂຶ້ນ ຈຶ່ງກັບໄປຫາແພດຢູ່ໂຮງໝໍມິດ ຕະພາບອີກຄັ້ງ ແພດຈຶ່ງໄດ້ດຳເນີນການກວດຫາ ເຊື້ອພະຍາດໂຄວິດ-19 ແລະ ພົບວ່າມີການຕິດເຊື້ອ (ສຳລັບຂໍ້ມູນສະຖານທີ່ທີ່ຜູ້ກ່ຽວ ເດີນທາງໄປໃນແຕ່ລະບ່ອນ ແມ່ນຈະໄດ້ແຈ້ງໃຫ້ຊາບຢ່າງລະອຽດພາຍຫລັງ).

ກໍລະນີທີ 2 ແມ່ນ ທ້າວ ສິລິສັກ ອາຍຸ 28 ປີ ຜູ້ກ່ຽວມີອາຊີບເປັນພະນັກງານ ຝ່າຍຂາຍ ແລະ ການຕະຫລາດຢູ່ ໂຮງແຮມ ຄຣາວພລາຊາ ນະຄອນ ຫລວງວຽງຈັນ, ປັດຈຸບັນອາໄສຢູ່ ບ້ານຈັນ ສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ເຊິ່ງຜູ້ກ່ຽວມີປະຫວັດການເດີນ ທາງໄປບາງກອກ ປະເທດໄທ ໃນວັນທີ 4 ມີນາ ເພື່ອເຂົ້າຮ່ວມສໍາມະນາ ແລະ ທ່ອງທ່ຽວທັດສະນະສຶກສາ, ໄປຮ່ວມງານວາງສະແດງ ແລະ ງານປະຊຸມຕ່າງໆ ຈົນຮອດວັນທີ 9 ມີນາ ຜູ້ກ່ຽວເດີນທາງກັບປະ ເທດລາວ ດ້ວຍເຮືອບິນການບິນໄທ ຖ້ຽວບິນ TG574 ພ້ອມດ້ວຍໝູ່ເພື່ອນອີກ 5 ຄົນ. ຮອດວັນທີ 10 ມີນາ ຜູ້ກ່ຽວຮູ້ວ່າຕົນເອງ ໄປປະເທດ ທີ່ມີການລະບາດ ຈຶ່ງໄດ້ສະເໜີດ້ວຍຕົວເອງ ມາກວດສຸຂະ ພາບ ທີ່ໂຮງໝໍມິດຕະພາບ ແຕ່ຜູ້ກ່ຽວບໍ່ມີອາການຫຍັງ ແພດໝໍຈຶ່ງໄດ້ແນະນຳໃຫ້ ຈຳກັດບໍລິເວນຕົນເອງ 14 ວັນ, ແຕ່ຜູ້ກ່ຽວກໍຍັງໄປເຮັດວຽກ ຢູ່ໃນໂຮງແຮມດັ່ງກ່າວ ແລະ ໄປພົບປະສັງສັນກັບໝູ່ເພື່ອນ ໂດຍທີ່ບໍ່ໄດ້ຈຳກັດໂຕເອງຢ່າງເຄັ່ງຄັດ ຕາມທີ່ແພດໝໍໄດ້ແນະນຳ. ມາຮອດວັນທີ 21 ມີນາ ຜູ້ກ່ຽວຮູ້ສຶກບໍ່ສະບາຍ ຈຶ່ງໄດ້ມາກວດພະຍາດ ແລະ ຕິດຕາມຢູ່ໂຮງໝໍ, ແພດໝໍຈຶ່ງໄດ້ວິນິໄສພະຍາດ ເຊິ່ງເຂົ້າກັບນິຍາມ ແລະ ໄດ້ເອົາຕົວຢ່າງໄປກວດຫາເຊື້ອ ແລະ ໄດ້ຮັບການຢັ້ງຢືນວ່າຕິດເຊື້ອ ເມື່ອເວລາ 21:00 ໂມງ ຂອງວັນທີ 23 ມີນາ (ສຳລັບຂໍ້ມູນສະຖານທີ່ ທີ່ຜູ້ກ່ຽວເດີນທາງໄປ ໃນແຕ່ລະບ່ອນ ແມ່ນຈະໄດ້ແຈ້ງໃຫ້ຊາບ ຢ່າງລະອຽດພາຍຫລັງ).

ຫລັງຈາກທີ່ເຫັນປະຫວັດການເຄື່ອນໄຫວ, ທາງຄະນະສະເພາະກິດ ເຫັນວ່າມີຫລາຍຄົນ ທີ່ເປັນກຸ່ມສ່ຽງທີ່ຈະຕິດເຊື້ອ ຈາກ 2 ຄົນນີ້, ຮອດວັນທີ 24 ມີນາ ຄະນະສະເພາະກິດ ໄດ້ລົງຕິດຕາມ ຜູ້ສຳຜັດກັບ ກໍລະນີຕິດເຊື້ອ ກໍລະນີທຳອິດ ແລະ ພົບວ່າມີຫລາຍເຖິງ 133 ຄົນ ຈາກນະຄອນຫລວງວຽງຈັນ, ເມືອງວັງວຽງ ແຂວງວຽງຈັນ, ຫລວງພະບາງ, ອຸດົມໄຊ ແລະ ເມືອງຂວາ ແຂວງຜົ້ງສາລີ. ສ່ວນກໍລະນີທີ 2 ເຊິ່ງເຄື່ອນໄຫວແຕ່ ໃນນະຄອນຫລວງວຽງຈັນ ພົບວ່າມີ 113 ຄົນ ທີ່ມີການພົວພັນ ແລະ ທາງຄະນະສະເພາະກິດ ໄດ້ແນະນຳໃຫ້ກັກບໍລິເວນຕົນເອງຢູ່ເຮືອນ. ພ້ອມນີ້, ກໍໄດ້ເກັບຕົວຢ່າງ 13 ກໍລະນີ ເພື່ອນຳມາກວດຫາເຊື້ອ ແຕ່ປັດຈຸບັນນີ້ຍັງລໍຖ້າຜົນກວດ. ແນວໃດກໍຕາມ ທາງຄະນະສະເພາະກິດກ່າວວ່າ ໂຕເລກຜູ້ສຳຜັດໃກ້ຊິດກັບ 2 ກໍລະນີນີ້ ອາດຈະຍັງບໍ່ທັນຄົບ ແລະ ມີຫລາຍກວ່ານີ້ ເຖິງວ່າຈະໄດ້ລົງເລິກສືບ ຫາຕາມສະຖານທີ່ຕ່າງໆ ທີ່ກ່ຽວຂ້ອງແລ້ວ ແລະ ຮຽກຮ້ອງໃຫ້ຜູ້ທີ່ມີປະຫວັດສຳຜັດ ກັບບຸກຄົນດັ່ງກ່າວ ໃນໄລຍະຜ່ານມາ ໃຫ້ສະເໜີໂຕ ຕໍ່ການຈັດຕັ້ງ, ແພດໝໍ ຫລື ຕິດຕໍ່ສາຍດ່ວນ 166 ເພື່ອຮັບຄຳແນະນຳເພີ່ມເຕີມ.

ຕາມ ຂປລ.

ຕອບກັບ

ຂ່າວ/ບົດ​ອື່ນ