ເຈົ້າແຂວງແຂວງ SvayRieng, ກຳປູເຈຍ ຄັດຄ້ານສະມາຊິກລັດຖະສະພາຝ່າຍຄ້ານດຳເນີນການໄປປະຕິບັດງານເຖິງເຂດຊາຍແດນ

ເຈົ້າແຂວງແຂວງ SvayRieng, ກຳປູເຈຍ ຄັດຄ້ານສະມາຊິກລັດຖະສະພາຝ່າຍຄ້ານດຳເນີນການໄປປະຕິບັດງານເຖິງເຂດຊາຍແດນ - ảnh 1
ກວດກາເສັ້ນຊາຍແດນຢູ່ແຂວງ ລອງອານ
(ພາບ: baolongan)

(vovworld) - ວັນ​ທີ 19/7, ​ເຈົ້າ​​ແຂວງ ​ແຂວງ Svay Rieng, ທ່ານ Chhieng Om ຄັດຄ້ານ​ບາງ​ສະມາຊິກ​ພັກກູ້​ຊາດ (CNRP) ຝ່າຍ​ຄ້ານ​ຢູ່ ກຳປູ​ເຈຍ ​ແຕ່ງ​ຕັ້ງ​ຄະນະ​ໜຶ່ງ​ປະມານ 1.000 ຄົນ​ໄປ​ເຖິງ​ເຂດ​ຊາຍ​ແດນ​ລະຫວ່າງ​​ແຂວງ Svay Rieng ຂອງ ກຳປູ​ເຈຍ ​ແລະ ​ແຂວງ ລອງ​ອານ ຂອງ ຫວຽດນາມ. ທ່ານ Chhieng Om ຖື​ວ່າ: ການ​ເຕົ້າ​ໂຮມ​ຫລາຍ​ຄົນ​ຢູ່​ເຂດ​ຊາຍ​ແດນ​ລະຫວ່າງ 2 ປະ​ເທດ ອາດ​ຈະທຳລາຍ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ທ້ອງ​ຖິ່ນ. ທ່ານ Chhieng Om ຢືນຢັນ​ວ່າ: ລັດຖະບານ ​ແລະ ປະຊາຊົນ 2 ປະ​ເທດ ກຳປູ​ເຈຍ ​ແລະ ຫວຽດນາມ ປາດ​ຖະໜາ​ຢາກ​ກໍ່ສ້າງ​ເສັ້ນຊາຍ​ແດນ​ສັນຕິພາບ, ສະຖຽນ​ລະ​ພາບ, ຮ່ວມ​ມື ​ແລະ ພັດທະນາ.

        ກ່ອນ​ນັ້ນ, ​ວັນ​ທີ 28/6, ບາງ​ສະມາຊິກ​ລັດຖະສະພາ​ຝ່າຍ​ຄ້ານ CNRP ​ໄດ້​ນຳພາ​ຊາວ ກຳປູ​ເຈຍ ​ປະມານ 250 ຄົນ ​ເຂົ້າ​​ເລິກໃນ​ບໍລິ​ເວນ​ຫຼັກ​ໝາຍ 203 ​ໂດຍຫວຽດນາມ​ ຄຸ້ມ​ຄອງ, ຊຶ່ງຂຶ້ນ​ກັບ​ບໍລິ​ເວນ​​ແຂວງ ລອງ​ອານ. ກຳລັງ​ເຈົ້າ​ໜ້າ​ທີ່ ຫວຽດນາມ ​ແລະ ປະຊາຊົນ​ທ້ອງ​ຖິ່ນ ​ໄດ້​ສະກັດ​ກັ້ນ, ​ອະທິບາຍ ​ແຕ່​ຖືກ​ບຸກຄົນ​ຫົວ​ຮຸນ​ແຮງ​ຈຳນວນ​ໜຶ່ງ​ຂອງ ກຳປູ​ເຈຍ ບຸກ​ໂຈມ​ຕີ, ​ອັນ​ໄດ້​ເຮັດ​​ໃຫ້ຊາວ ຫວຽດນາມ​ 7 ຄົນ ຖືກ​ບາດ​ເຈັບ. ພາຍຫລັງ​ເຫດການ​ດັ່ງກ່າວ, ກະຊວງ​ການ​ຕ່າງປະ​ເທດ ​ແຕ່ງ​ຕັ້ງ​ກຸ່ມ​ປະຕິບັດ​ງານ​ປະສົມ 2 ປະ​ເທດ ​ໄປ​ເຖິງ​ເຂດ​ຊາຍ​ແດນ​ເຮັດ​ແຈ້ງ​ສາຍ​ເຫດ ​ແລະ ​ເຫັນ​ດີ​ເປັນ​ເອກະພາບ​ສົມທົບກັນ​ບໍ່​ປະໃຫ້​ເກີດ​ບັນດາ​ກໍ​ລະ​ນີຄ້າຍຄື​ກັນ​ອີກ.

                                                                     ນັກ​ຂ່າວ​ປະຈຳ​ກຳປູ​ເຈຍ

ຂ່າວ/ບົດ​ອື່ນ