ເຈົ້າໜ້າທີ່ລັດເຊຍ ຕັ້ງຄໍາຖາມກ່ຽວກັບແຜນການຖອນກໍາລັງທະຫານອອກຈາກ ຊີຣີ ຂອງ ອາເມລິກາ

(VOVWORLD) -ການມີໜ້າຂອງທະຫານອາເມລິກາ ຢູ່ ຊີຣີ ຈະໄດ້ກໍານົດໃນຮູບການໃດ ແລະ ບໍ່ຮູ້ວ່າ ມັນຈະດໍາເນີນຢ່າງເປີດເຜີຍ ຫຼື ປິດລັບ

        ລັດເຊຍ ໄດ້ຕັ້ງຄໍາຖາມກ່ຽວກັບແຜນການ ອາເມລິກາ ຖອນກໍາລັງທະຫານທັງໝົດອອກຈາກສະໜາມຮົບ ຊີຣີ. ກ່າວຄໍາເຫັນໃນວັນທີ 9 ມັງກອນ, ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Ryabkov ຊີ້ແຈ້ງວ່າ: “ເລື່ອງຖອນນາຍທະຫານ ອາເມລິກາ ອອກຈາກ ຊີຣີ ຈະຖືກຜົນສະທ້ອນຈາກບັນດາປັດໄຈອື່ນ. ພວກຂ້າພະເຈົ້າອາດເຫັນໄດ້ວ່າ ບັນດາຖະແຫຼງການກ່ຽວກັບການຕັດສິນໃຈຖອນກໍາລັງທະຫານ ແມ່ນໄດ້ຮັບການອະທິບາຍດ້ວຍຫຼາຍວິທີ ຈາກຜູ້ມີສິດອໍານາດຂອງ ອາເມລິກາ ແລະ ບັນດາຜູ້ຕາງໜ້າຂອງອໍານາດການປົກຄອງຂອງປະເທດນີ້ ກໍໄດ້ອະທິບາຍເຊັ່ນດຽວກັນ”.

        ເຈົ້າໜ້າທີ່ທາງການທູດລັດເຊຍ ກໍຖືວ່າ ຢູ່່ວໍຊິງຕັນ” ຫຼັກໝັ້ນຂອງຜູ້ທີ່ສະໜັບສະໜູນການມີໜ້າຜິດກົດໝາຍຂອງກໍາລັງທະຫານ ອາເມລິກາ ຢູ່ ຊີຣີ ແມ່ນຮ້າຍແຮງທີ່ສຸດ. ທ່ານກໍສະແດງວ່າ ຍັງບໍ່ທັນຮູ້ຢ່າງຈະແຈ້ງເທື່ອວ່າ ການມີໜ້າຂອງທະຫານອາເມລິກາ ຢູ່ ຊີຣີ ຈະໄດ້ກໍານົດໃນຮູບການໃດ ແລະ ບໍ່ຮູ້ວ່າ ມັນຈະດໍາເນີນຢ່າງເປີດເຜີຍ ຫຼື ປິດລັບ.


ຕອບກັບ

ຂ່າວ/ບົດ​ອື່ນ