ເຊັກ​ໂກ ຕີ​ລາ​ຄາ​ສູງແງ່​ຫວັງການພົວພັນແລກປ່ຽນການຄ້າກັບ ຫວຽດ​ນາມ

(VOVWORLD) -ຕະຫຼາດ ຫວຽດນາມ ພວມເປີດປະຕູ, ສັນຍາການຄ້າເສລີສະບັບໜື່ງມີອາດຈະເຮັດໃຫ້ບັນດາບໍລິສັດ ເຊັກໂກ ສາມາດປະຢັດເງິນໄດ້ຫຼາຍລ້ານ korun.
ເຊັກ​ໂກ ຕີ​ລາ​ຄາ​ສູງແງ່​ຫວັງການພົວພັນແລກປ່ຽນການຄ້າກັບ ຫວຽດ​ນາມ - ảnh 1(ພາບປະກອບ:  TTXVN)

ຕາມເວັບໄຊ Mpo.cz, ຂອງກະຊວງອຸດສາຫະກຳແລະການຄ້າເຊັກໂກ, ເຊິ່ງຫາກໍ່ເອົາບັດຂຽນລົງດ້ວຍຫົວຂໍ້: ຕະຫຼາດ ຫວຽດນາມ ພວມເປີດປະຕູ, ສັນຍາການຄ້າເສລີສະບັບໜື່ງມີອາດຈະເຮັດໃຫ້ບັນດາບໍລິສັດ ເຊັກໂກ ສາມາດປະຢັດເງິນໄດ້ຫຼາຍລ້ານ korun. ບົດຂຽນໄດ້ຄັດສະເໜີຄຳຢັ້ງຢືນຂອງທ່ານ Karel Havlíčeຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າເຊັກໂກ ທີ່ວ່າ ສັນຍາການຄ້າເສລີຫວຽດນາມ - ສະຫະພາບເອີລົບ (EVFTA) ໄດ້ສ້າງບັນດາກາລະໂອກາດໃໝ່ໃຫ້ແກ່ ເຊັກໂກ ສຳລັບ ຫວຽດນາມ ເຊິ່ງແມ່ນຕະຫຼາດພວມພັດທະນາໄວດ້ວຍປະຊາກອນເກືອບ 100 ລ້ານຄົນ. ຕາມທ່ານ Havlíčeແລ້ວ, ບັນດາກາລະໂອກາດໃຫຍ່ເປັນຕົ້ນແມ່ນເຕັກນິກລົດໂອໂຕ,  ເຄື່ອງກົນຈັກ ແລະ ໄຟຟ້າອຸດສາຫະກຳ.

ທ່ານ Havlíčeຢັ້ງຢືນວ່າພ້ອມແລ້ວທີ່ຈະໃຫ້ຄຳປຶກສາແກ່ບັນດານັກທຸລະກິດ ແລະ ວິສາຫະກິດກ່ຽວກັບກອບການຄ້າຫາທີ່ກໍ່ໄດ້ເຫັນດີເປັນເອກະພາບ, ມີຄວາມສາມາດບົ່ມຊ້ອນເພື່ອພັດທະນາການພົວພັນດ້ານການຄ້າກັບ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ