ເຊີດຊູ 63 “ຊ່າງໜຸ່ມດີເດັ່ນ” ທົ່ວປະເທດປີ 2020

(VOVWORLD) -ປີນີ້, ມີຊ່າງໜຸ່ມດີເດັ່ນ 63 ຄົນໄດ້ຮັບການເຊີດຊູ, ເຊິ່ງແມ່ນບັນດາຊາວໜຸ່ມກຳມະກອນພວມອອກແຮງງານໂດຍກົງ, ຜະລິດ, ບັນດານັກວິສະວະກອນ, ນັກເຕັກນິກທຳການຜະລິດໂດຍກົງ…

ເຊີດຊູ 63 “ຊ່າງໜຸ່ມດີເດັ່ນ” ທົ່ວປະເທດປີ 2020 - ảnh 1 ປີນີ້, ມີຊ່າງໜຸ່ມດີເດັ່ນ 63 ຄົນໄດ້ຮັບການເຊີດຊູ

(ພາບ: baotintuc.vn)

        ຕອນຄ່ຳວັນທີ 05 ກໍລະກົດ, ຢູ່ແຂວງ ດົ່ງນາຍ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ຈັດງານມະໂຫລານ “ຊ່າງໜຸ່ມເກັ່ງ” ທົ່ວປະເທດຄັ້ງທີ 11 ປີ 2020. ປີນີ້, ມີຊ່າງໜຸ່ມດີເດັ່ນ 63 ຄົນໄດ້ຮັບການເຊີດຊູ, ເຊິ່ງແມ່ນບັນດາຊາວໜຸ່ມກຳມະກອນພວມອອກແຮງງານໂດຍກົງ, ຜະລິດ, ບັນດານັກວິສະວະກອນ, ນັກເຕັກນິກທຳການຜະລິດໂດຍກົງ… ຢູ່ບັນດາວິສາຫະກິດ ແລະ ນັກຮຽນຢູ່ບັນດາຮາກຖານສຶກສາວິຊາຊີບໃນທົ່ວປະເທດ.

        ນີ້ແມ່ນຄັ້ງທີ 11 ທີ່ຈັດງານແຂ່ງຂັນຊິງລາງວັນ “ຊ່າງໜຸ່ມດີເດັ່ນ” ໃນທົ່ວປະເທດ. ຜ່ານນັ້ນ, ກໍ່ໄດ້ປະກອບສ່ວນພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ຮີບດ່ວນຂອງຍຸກສະໄໝຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ