ເດືອນ1/2016,ແຂກທ່ອງທ່ຽວສາກົນມາຫວຽດນາມສືບຕໍ່ເພີ່ມຂຶ້ນ

ເດືອນ1/2016,ແຂກທ່ອງທ່ຽວສາກົນມາຫວຽດນາມສືບຕໍ່ເພີ່ມຂຶ້ນ - ảnh 1
ພາບປະກອບ

(vovworld) –  ວັນ​ທີ 27/1, ກົມ​ໃຫຍ່​ທ່ອງ​ທ່ຽວ (ຂຶ້ນ​ກັບກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ) ​ໃຫ້​ຮູ້​ວ່າ: ​ແຂກ​ທ່ອງ​ທ່ຽວ​ສາກົນ​ມາ ຫວຽດນາມ ​ໃນ​ເດືອນ 1/2016 ບັນລຸ​ລະດັບ 800.000 ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 5,8% ​ເມື່ອ​ທຽບ​​ໃສ່​ເດືອນ 12/2015. ຕາມ​ຕົວ​ເລກ​ຫຼ້າ​ສຸດ​ທີ່​ຫາ​ກໍ່​ໄດ້​ປະກາດ​ແລ້ວ, ບັນດາ​ຕະຫຼາດ​ໃຫຍ່​ຂອງ​ການທ່ອງທ່ຽວ ຫວຽດນາມ​ຄື: ຈີນ, ຍີ່​ປຸ່ນ, ລັດ​ເຊຍ, ສ. ​ເກົາຫຼີ… ລ້ວນ​​ແຕ່​ເຕີບ​ໂຕ​ຢູ່​ໃນ​ລະດັບ​ສູງ​ໃນ​ເດືອນ 1/2016. ​ໃນ​ຂະນະ​ນັ້ນ, ​ແຂກ​ມາ​ຈາກ ສ. ​ເກົາຫຼີ ​ເພີ່ມ​ຂຶ້ນ​ຫຼາຍ​ທີ່​ສຸດ​ດ້ວຍ​ເກືອບ 150.000 ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ​ກ່ວາ 30% ​ເມື່ອ​ທຽບ​ໃສ່​ເດືອນ 12/2015. ​ໃນ​ປີ 2015, ສ. ​ເກົາຫຼີ ກໍ​ແມ່ນ​ຕະຫຼາດ​ເຕີບ​ໂຕ​ປະ​ທັບ​ໃຈ​ດ້ວຍ 31,3% ​ໃນ​ປີ 2015, ​ເປັນ​ຄັ້ງ​ທຳ​ອິດ​ລື່ນ​ກາຍ​ລະດັບ​​ແຂກ​ທ່ອງ​ທ່ຽວ 1 ລ້ານ​ເທ່ືອ​ຄົນ.

        ​ໃນ​ປີ 2016, ຫວຽດນາມ ວາງ​ຄາດໝາຍ​ຕ້ອນຮັບ​ແຂກ​ທ່​ອງທ່ຽວສາກົນ 8,5 ລ້ານ​ເທື່ອຄົນ, ຮັບ​ໃຊ້​ແຂກ​ພາຍ​ໃນ​ປະ​ເທດ 60 ລ້ານ​ເທື່ອ​ຄົນ. ຫົວໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ ທ່ານ ຫງວຽນ​ວັນ​ຕ໋ວນ ​ໃຫ້​ຮູ້​ວ່າ: ທົ່ວ​ຂະ​ແໜງ​ທ່ອງ​ທ່ຽວ​ມານະ​ພະຍາຍາມ​ປ່ຽນ​ໃໝ່, ຍົກ​ສູງ​ປະສິດທິ​ຜົນ ​ແລະ ລັກສະນະ​ວິຊາ​ຊີບ​ໃນ​ການ​ໂຄສະນາສົ່ງ​​ເສີມ, ລະອຽດ​ແມ່ນ​ສືບ​ຕໍ່​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ marketing ຂອງ​ການທ່ອງທ່ຽວ​ຫວຽດນາມ.


ຂ່າວ/ບົດ​ອື່ນ