ເດືອນຕົ້ນປີ 2024, ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນກ່ວາ 1,5 ລ້ານເທື່ອຄົນ

(VOVWORLD) - ກໍ່ກ່ຽວຂ້ອງເຖິງການທ່ອງທ່ຽວ, ຫວ່າງແລ້ວນີ້, ທີ່ການມອບລາງວັນການທ່ອງທ່ຽວ ອາຊຽນ 2024, ຄະນະຈັດຕັ້ງໄດ້ເຊີດຊູ 25 ທ້ອງຖິ່ນ, ຫົວໜ່ວຍຂອງ ຫວຽດນາມ ໃນ 6 ປະເພດລາງວັນ.
ເດືອນຕົ້ນປີ 2024, ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນກ່ວາ 1,5 ລ້ານເທື່ອຄົນ - ảnh 1ພາບປະກອບ

ວັນທີ 29 ມັງກອນ, ຂ່າວຈາກກົມໃຫຍ່ສະຖິຕິ ໃຫ້ຮູ້ວ່າ: ໃນເດືອນ ມັງກອນ 2024, ແຂກທ່ອງທ່ຽວສາກົນ ມາ ຫວຽດນາມ ບັນລຸ 1,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 10% ເມື່ອທຽບໃສ່ໄລຍະດຽວກັນຂອງເດືອນກ່ອນ. ນີ້ແມ່ນໝາກຜົນຂອງນະໂຍບາຍສົ່ງເສີມ, ໂຄສະນາການທ່ອງທ່ຽວ ຫວຽດນາມ ໄດ້ຮັບການປະຕິບັດຢ່າງກ້ວາງຂວາງ, ພ້ອມກັບເລື່ອງ ຫວຽດນາມ ແມ່ນສະຖານທີ່ທ່ອງທ່ຽວທີ່ປອດໄພ, ສະໜິດສະໜົມ.      

        ກໍ່ກ່ຽວຂ້ອງເຖິງການທ່ອງທ່ຽວ, ຫວ່າງແລ້ວນີ້, ທີ່ການມອບລາງວັນການທ່ອງທ່ຽວ ອາຊຽນ 2024, ຄະນະຈັດຕັ້ງໄດ້ເຊີດຊູ 25 ທ້ອງຖິ່ນ, ຫົວໜ່ວຍຂອງ ຫວຽດນາມ ໃນ 6 ປະເພດລາງວັນ. ນັ້ນແມ່ນລາງວັນໂຮງແຮມຂຽວ ອາຊຽນ; ລາງວັນນະຄອນ ທ່ອງທ່ຽວ ສະອາດ ອາຊຽນ, ລາງວັນທ່ອງທ່ຽວຍືນຍົງ ອາຊຽນ, ຫົວຂໍ້ທ່ອງທ່ຽວ ອາຫານການກິນ…

ຕອບກັບ

ຂ່າວ/ບົດ​ອື່ນ