ເຕ​ເຮ​ຣານ​ພ້ອມ​ແລ້ວ​ທີ່​ຈະ ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ

(VOVWORLD) -ວັນທີ 25 ມັງກອນ, ທ່ານ Mahammed Javad Zarif ລັດຖະມົນຕີກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ອີຣານບໍ່ຍົກເວັ້ນ ຄວາມສາມາດເຈລະຈາກັບ ອາເມລິກາ, ພາຍຫຼັງເຫດ ບຸນໂຈມຕີທາງອາກາດ ຂອງ ອາເມລິກາ ເພື່ອ ເຂັ່ນຂ້າ ນາຍພົນ Qassem Soleimani.

ເມື່ອຕອບສຳພາດຕໍ່ນັກຂ່າວວາລະສານ Der Spieger ຂອງເຢຍລະມັນ, ທ່ານ Javad Zarif ໄດ້ເນັ້ນໜັກວ່າ ອີຣານ ພ້ອມແລ້ວທີ່ຈະ ເຈລະຈາ ກັບ ອາເມລິກາ ແຕ່ທ່ານຍັງ ຢັ້ງຢືນຄືນໃໝ່ ຄຳຮຽກຮ້ອງ ວ່າ ອາເມລິກາຕ້ອງຍົກເລີກ ບັນດາຄຳສັ່ງລົງໂທດ ເພື່ອແນໃສ່ ເຕເຮຣານ.

ກ່ຽວຂ້ອງເຖິງບັນດານິວເຄຼຍ, ທ່ານ Ali Asghar Zarean ຮອງຜູ້ອຳນວຍການອົງການພະລັງງານນິວເຄຼຍໃຫ້ຮູ້ວ່າ: ໃນຈຸດເວລານີ້, ຖ້າຫາກວ່າ (ວົງການເຈົ້າໜ້າທີ່ ອີຣານ) ວາງອອກຄຳຕັດສິນ, ອົງການ ພະລັງງານ ນິວເຄຼຍ, ດ້ວຍບົດບາດເປັນຝ່າຍປະຕິບັດ, ມີຄວາມສາມາດເສີມທາດ Urani ຂຶ້ນເຖິງຈັກເປີເຊັນກໍ່ໄດ້”.

ຕອບກັບ

ຂ່າວ/ບົດ​ອື່ນ